ສປປ.ເກົາຫຼີ ຖະແຫຼງ ເພີ່ມກຳລັງແຮງດ້ານ ນິວເຄຼຍເພື່ອຮັບມືກັບ ອາເມລິກາ

ສປປ.ເກົາຫຼີ ຖະແຫຼງ ເພີ່ມກຳລັງແຮງດ້ານ ນິວເຄຼຍເພື່ອຮັບມືກັບ ອາເມລິກາ - ảnh 1
(ພາບປະກອບ: Yonhap)

(vovworld) – ວັນ​ທີ 20/12, ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດສປປ.​ເກົາຫຼີ ຢືນຢັນ​ວ່າ, ປະຈຸ​ບັນ, ນະ​ໂຍບາຍ​ທີ່ເປັນ​ປໍ​ລະ​ປັກ​ຂອງ​ອາ​ເມ​ລິ​ກາ ດ້ວຍ​ຈຸດໝາຍ​ຮຸກ​ຮານ​ສປປ.​ເກົາຫຼີ ພາຍ​ໃຕ້ຄັນ​ຕະລະ​ບັດ​ສິດທິ​ມະນຸດ​ໄດ້​ຈະ​ແຈ້ງ​​ແລ້ວ, ​ແນວ​ຄວາມ​ຄິດ​ກ່ຽວ​ກັບ​ການ​ປອດ​ນິວ​ເຄຼຍ ຢູ່​ໃນ​ແຫຼມ​ເກົາຫຼີ ​ແມ່ນ​ບໍ່​ມີ​ຄຸນ​ຄ່າ​ອີກ​ແລ້ວ. ຄວາມ​ມານະ​ພະຍາຍາມ​ຂອງ​ພວກ​ຂ້າພະ​ເຈົ້າ ​ແມ່ນ​​ເພື່ອ​ແນ​ໃສ່​ເພີ່ມ​ກຳລັງ​ບົມຊ້ອນປ້ອງ​ກັນຊາ​ດ, ​ໃນ​ນັ້ນ​ມີ​ກຳລັງ​ແຮງ​ດ້ານ​ນິວ​ເຄຼຍ ​ເຊິ່ງຈະ​​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ ດ້ວຍ​ທຸກ​ວິທີ.

        ສປປ.​ເກົາຫຼີ ກໍ່​ຢືນຢັນວ່າ ​ຄຳ​ກ່າວ​ຫາ​ຂອງ​ອາ​ເມ​ລິ​ກາ ທີ່ວ່າ, ປະ​ເທດ​ນີ້​ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ການ​ບຸກ​ໂຕມຕີ​​ເຂົ້າເຄືອ​ຂ່າຍ​ອິນ​ເຕີ​ແນ​ດ​ບໍລິສັດ Sony Pictures ​ແມ່ນ “​ບໍ່​ມີ​ຫຼັກ​ຖານ​” ​ແລະ ປາດ​ຖະໜາ​ຢາກດຳ​ເນີນ​ການ​ສືບສວນ​ລວມກັບ​ອາ​ເມ​ລິ​ກາ. ພຽງ​ຢ່າງ ກໍ່​ກ່າວ​ເຕື່ອນກ່ຽວ​ກັບ​ບັນດາ​ຜົນ​​ຮ້າຍ​ຢ້ອນ​ຫຼັງ ຖ້າ​ຫາກ​ອາ​ເມ​ລິ​ກາ ສືບ​ຕໍ່​ມີ​​ການ​ກ່າວ​ຫາ​ຕ້ານ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ