ສ​ປ​ປ.ເກົາຫຼີ ປົກ​ປ້ອງ​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ທະ​ຫານ

(VOVWORLD) - ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະຜູ້ຕາງໜ້າ ສປປ.ເກົາຫຼີ Kim Son-kyong ໃຫ້ຮູ້ວ່າ ພຽງຢ່າງ ພວມເພີ່ມທະວີຄວາມອາດສາມາດໃນການປ້ອງກັນ ເພື່ອຮັບມືກັບບັນດາການກະທຳດ້ານການທະຫານທີ່ອັນຕະລາຍ”
ສ​ປ​ປ.ເກົາຫຼີ ປົກ​ປ້ອງ​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ທະ​ຫານ - ảnh 1ກອງປະຊຸມສຸດຍອດຄັ້ງທີ 19 ຂະບວນການບໍ່ຮ່ວມກຸ່ມ (NAM) (ພາບ: TTXVN )

ວັນທີ 22 ມັງກອນ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ ໄດ້ລົງຂ່າວກ່ຽວກັບ ກອງປະຊຸມສຸດຍອດຄັ້ງທີ 19 ຂະບວນການບໍ່ຮ່ວມກຸ່ມ (NAM) ຢູ່ Uganda ວ່າ ສປປ.ເກົາຫຼີ ໄດ້ປົກປ້ອງບັນດາມາດຕະການເພີ່ມທະວີກຳລັງດ້ານການທະຫານຄືວິທີການປະຕິບັດສິດອະທິປະໄຕອັນຊອບທຳຂອງຕົນ.

ກ່າວຄຳເຫັນທີ່ກອງປະຊຸມດ ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະຜູ້ຕາງໜ້າ ສປປ.ເກົາຫຼີ Kim Son-kyong ໃຫ້ຮູ້ວ່າ ພຽງຢ່າງ ພວມເພີ່ມທະວີຄວາມອາດສາມາດໃນການປ້ອງກັນ ເພື່ອຮັບມືກັບບັນດາການກະທຳດ້ານການທະຫານທີ່ອັນຕະລາຍ”, ທ່ານຢັ້ງຢືນວ່າ ນີ້ແມ່ນການກະທຳອັນຊອບທຳ ເພື່ອແນໃສ່ຮັບປະກັນສິດອະທິປະໄຕຂອງປະເທດຊາດ. ທ່ານຮອງລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ ຮັບຜິດຊອບການພົວພັນກັບບັນດາອົງການຈັດຕັ້ງສາກົນ ຢັ້ງຢືນການຕໍ່ສູ້ຂອງ ສປປ.ເກົາຫຼີ ເພື່ອປົກປ້ອງອະທິປະໄຕແມ່ນເໝາະສົມກັບລະບົບແນວຄິດຂອງ NAM ທຸກປະການ ໂດຍການຄັດຄ້ານທຸກຮູບແບບລະເມີດອະທິປະໄຕຂອງປະເທດໜຶ່ງ ແລະ ການແຊກແຊງເຂົ້າວຽກງານພາຍໃນ.

ຕອບກັບ

ຂ່າວ/ບົດ​ອື່ນ