ສ​ປ​ປ.ເກົາຫຼີ ປະ​ກາດ​ກ່ຽວ​ກັບ​ການ​ທົດລອງ​ເຕັກ​ໂນ​ໂລ​ຢີໃໝ່​ໃນ​ຂົ​ງ​ເຂດ​ປ້ອ​ງ​ກັນ​ຊາດ

(VOVWORLD) -ບັນດາກຳລັງທີ່ເປັນປໍລະປັກໃນນັ້ນມີ ອາເມລິກາ ຄວນລະມັດລະວັງໃນການກະທຳ, ບໍ່ຄວນເກາະຜິດໃນຈຸດເວລາທີ່ໂລກພວມກະກຽມກ້າວເຂົ້າສູ່ປີໃໝ່.
ສ​ປ​ປ.ເກົາຫຼີ ປະ​ກາດ​ກ່ຽວ​ກັບ​ການ​ທົດລອງ​ເຕັກ​ໂນ​ໂລ​ຢີໃໝ່​ໃນ​ຂົ​ງ​ເຂດ​ປ້ອ​ງ​ກັນ​ຊາດ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 14 ທັນວາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ຄັດຄຳເວົ້າຂອງທ່ານ Park Jong – Chon ເສນາທິການໃຫຍ່ກອງທັບ ສປປ.ເກົາຫຼີ ເຊິ່ງໄດ້ປະກາດບັນດາການທົດລອງເຕັກໂນໂລຢີໃນຂົງເຂດປ້ອງກັນຊາດໃນມໍ່ໆມານີ້ ແມ່ນເພື່ອແນໃສ່ຮັບມືກັບບັນດາໄພນາບຂູ່ທາງດ້ານນິວເຄຼຍຂອງ ອາເມລິກາ. ທ່ານ Park Jong – Chon ໄດ້ກ່າວເຕືອນວ່າ ບັນດາກຳລັງທີ່ເປັນປໍລະປັກໃນນັ້ນມີ ອາເມລິກາ ຄວນລະມັດລະວັງໃນການກະທຳ, ບໍ່ຄວນເກາະຜິດໃນຈຸດເວລາທີ່ໂລກພວມກະກຽມກ້າວເຂົ້າສູ່ປີໃໝ່.

          ຄຳຖະແຫຼງດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງທີ່  ສປປ.ເກົາຫຼີ ໃຫ້ຮູ້ ໄດ້ດຳເນີນການທົດລອງຄັ້ງທີ 2 ຢ່າງສຳເລັດຜົນຢູ່ຮາກຖານ ລູກສອນໄຟ ແລະ ດາວທຽມ ເປັນເວລາ 2 – 3 ຊົ່ວໂມງ. ການທົດລອງດັ່ງກ່າວ ກໍໄດ້ດໍາເນີນ ພາຍຫຼັງ ສປປ.ເກົາຫຼີ ໄດ້ດຳເນີນເຫດການທົດລອງເປັນເວລາ  ອາທິດໜຶ່ງ ເຊິ່ງ ພຽງຢາງກໍໄດ້ເນັ້ນໜັກວ່າ ແມ່ນສຳຄັນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ