ສປປ.​ເກົາຫຼີ ປະຕິ​ເສດ​ຂໍ້​ສະ​ເໜີ​ແຕ່ງ​ຕັ້ງ​ທູດ​ພິ​ເສດ​ຂອງ ສ.​ເກົາຫຼີ

(VOVWORLD) -     ວັນທີ 17 ມິຖຸນາ, ສປປ.ເກົາຫຼີ ປະກາດວ່າ ໄດ້ປະຕິເສດຄໍາສະເໜີຂອງ ສ.ເກົາຫຼີ ກ່ຽວກັບເລື່ອງແຕ່ງຕັ້ງບັນດາທູດພິເສດ, ກໍຄື ໃຫ້ຮູ້ວ່າ ຈະຜັນຂະຫຍາຍກອງທັບຢູ່ບັນດາເຂດຊາຍແດນຂອງນະຄອນ Kaesong ແລະ ພູ Kumgang ຄືນໃໝ່. 
ສປປ.​ເກົາຫຼີ ປະຕິ​ເສດ​ຂໍ້​ສະ​ເໜີ​ແຕ່ງ​ຕັ້ງ​ທູດ​ພິ​ເສດ​ຂອງ ສ.​ເກົາຫຼີ - ảnh 1  ທັດສະນີຍະພາບສະຖານທີ່ທ່ອງທ່ຽວ ຢູ່ພູ Kumgang(ພາບ: Yonhap/TTXVN)

   ໃນວັນດຽວກັນ, ໂຄສົກຂອງເສນາທິການໃຫຍ່ ກອງທັບແຫ່ງ ສປປ.ເກົາຫຼີ ໃຫ້ຮູ້ວ່າ ພຽງຢ່າງ ຈະຈັດສົ່ງບັນດາກົມກອງກັບຄືນສູ່ນະຄອນ Kaesong ແລະ ພູ Kumgang  ທີ່ຢູ່ໃກ້ຊາຍແດນ. ໄປຄຽງຄູ່ກັນນັ້ນ, ສປປ.ເກົາຫຼີ ກໍ່ໄດ້ຈັດຕັ້ງປ້ອມເວນຍາມຕ່າງໆທີ່ເຄີຍຖືກຍົກເລີກຢູ່ເຂດປອດການທະຫານຄືນໃໝ່, ກໍຄື ຈະເລີ່ມປະຕິບັດບັ້ນຫວ່ານໃບປິວຢູ່ເຂດຊາຍແດນ.

        ກ່ອນໜ້ານັ້ນ, ວັນທີ 16 ມິຖຸນາ, ກະຊວງປ້ອງກັນປະເທດ ສ.ເກົາຫຼີ ໄດ້ຖະແຫຼງວ່າ ປະເທດນີ້ ຈະ “ໂຕ້ຕອບຢ່າງແຮງ ບໍ່ວ່າການກະທໍາເກາະຜິດການທະຫານໃດໆ ເຊິ່ງຝ່າຍ ສປປ.ເກົາຫຼີ ອາດຈະດໍາເນີນ”. ສ.ເກົາຫຼີ ກໍສະແດງຄວາມເສຍດາຍຕໍ່ເຫດທໍາລາຍຫ້ອງການຕິດຕໍ່ລວມ ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.

        ກໍໃນວັນທີ 16 ມິຖຸນາ, ລັດຖະບານ ອາເມລິກາ ໄດ້ຮຽກຮ້ອງໃຫ້ ສປປ.ເກົາຫຼີ ຈົ່ງລະງັບບັນດາການກະທໍາເກາະຜິດ ພາຍຫຼັງທີ່ ພຽງຢາງ ທໍາລາຍຫ້ອງການຕິດຕໍ່ພົວພັນລວມລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ທີ່ຕັ້ງຢູ່ນະຄອນຊາຍແດນ Kaesong ອັນໄດ້ກໍ່ຄວາມເຄັ່ງຕຶງກັບ ສ.ເກົາຫຼີ. ໂຄສົກກະຊວງການຕ່າງປະເທດ ອາເມລິກາ ກໍ່ຖະແຫຼງວ່າ ປະເທດນີ້ສະໜັບສະໜູນຄວາມມານະພະຍາຍາມຂອງ ສ.ເກົາຫຼີ ໃນການຊຸກຍູ້ສາຍພົວພັນລະຫວ່າງ ສ.ເກົາຫຼີ ກັບ ສປປ.ເກົາຫຼີ, ພ້ອມທັງຮຽກຮ້ອງໃຫ້ ສປປ.ເກົາຫຼີ ຈົ່ງລະງັບ “ບັນດາການກະທໍາຝືນຄຸນປະໂຫຍດຕໍ່ໄປ”.


ຕອບກັບ

ຂ່າວ/ບົດ​ອື່ນ