ສປປ.ເກົາຫຼີ ຢັ້ງຢືນໄດ້ດຳເນີນການຊ້ອມຮົບຍິງປືນໃຫຍ່ໄລຍະໄກ

(VOVWORLD) -ສປປ.ເກົາຫຼີ ຢືນຢັນວ່າ, ການນຳ Kim Jong un ໄດ້ໄປກວດກາການຊ້ອມຮົບບຸກໂຈມຕີຂອງກົມກອງປືນໃຫຍ່ໄລຍະໄກໃນວັນທີ 09 ມີນາ.

ສປປ.ເກົາຫຼີ ຢັ້ງຢືນໄດ້ດຳເນີນການຊ້ອມຮົບຍິງປືນໃຫຍ່ໄລຍະໄກ - ảnh 1 ການນຳ Kim Jong un

(ພາບ: AFP)

ວັນທີ 10 ມີນາ, ສປປ.ເກົາຫຼີ ຢືນຢັນວ່າ, ການນຳ Kim Jong un ໄດ້ໄປກວດກາການຊ້ອມຮົບບຸກໂຈມຕີຂອງກົມກອງປືນໃຫຍ່ໄລຍະໄກໃນວັນທີ 09 ມີນາ. ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ, ຈຸດປະສົງຂອງການເຄື່ອນໄຫວຊ້ອມຮົບດ້ວຍປືນໃຫຍ່ແມ່ນກວດກາກຳລັງຄວາມສາມາດບຸກໂຈມຕີດ້ານການທະຫານແບບບັງເອີນຂອງບັນດາກົມກອງປືນໃຫຍ່ໄລຍະໄກຢູ່ສະໜາມຮົບ. ຕາມ KCNA ແລ້ວ, ການນຳສປປ.ເກົາຫຼີ ໄດ້ສະແດງຄວາມ “ເພິ່ງພໍໃຈທີ່ສຸດ” ຕໍ່ໝາກຜົນການເຄື່ອນໄຫວຊ້ອມຮົບ, ພ້ອມທັງກະຕຸກຊຸກຍູ້ໃຫ້ກົມກອງດັ່ງກ່າວ “ສືບຕໍ່ກຳນົດທິດເພີ່ມທະວີການຝຶກຊ້ອມຍິງປືນໃຫຍ່”.

          ກ່ອນໜ້ານັ້ນ, ສະພາເສນາທິການກຳລັງທະຫານປະສົມສ.ເກົາຫຼີ (JSC) ໄດ້ແຈ້ງໃຫ້ຊາບວ່າ, ວັນທີ 09 ມີນາ, ສປປ.ເກົາຫຼີ ໄດ້ຍິງ 3 ວັດຖຸບິນທີ່ຍັງບໍ່ທັນຢັ້ງຢືນ ໃສ່ທະເລຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ