ສປປ.ເກົາຫຼີ ຢັ້ງຢືນໄດ້ທົດລອງຍິງດາວທຽມສອດແນມ

(VOVWORLD) -ສຳນັກຂ່າວສານສູນກາງຂອງ ສປປ.ເກົາຫຼີ (KCNA) ລາຍງານໃນວັນທີ 6 ມີນານີ້ວ່າ ປະເທດນີ້ ໄດ້ທົດລອງ ຍິງ ດາວທຽມສອດແນມ, ຫນຶ່ງມື້ພາຍຫຼັງ ມີຂ່າວວ່າ ພຽງຢາງ ໄດ້ຍິງລູກສອນໄຟນຳວິຖີລູກທີ 2 ພາຍໃນໜຶ່ງອາທິດ.
     ສປປ.ເກົາຫຼີ ຢັ້ງຢືນໄດ້ທົດລອງຍິງດາວທຽມສອດແນມ - ảnh 1ປະຊາຊົນຕິດຕາມທາງໂທລະພາບເລື່ອງ ສປປ.ເກົາຫຼີ ທົດລອງຍິງດາວທຽມສອດແນມ

    ຕາມ KCNA ແລ້ວ, ກົມພັດທະນາການບິນ ອະວະກາດແຫ່ງຊາດ (NADA) ແລະ ສະຖາບັນ ວິທະຍາສາດປ້ອງກັນຊາດ ໄດ້ດຳເນີນ ການທົດລອງ ໃນວັນທີ 5 ມີນາ ຕາມແຜນການພັດທະນາ ດາວທຽມສອດແນມ. ໂດຍຜ່ານການທົດລອງ, NADA ໄດ້ກໍານົດຄວາມໄວ້ເນື້ອເຊື່ອໃຈຂອງລະບົບສົ່ງແລະຮັບຂໍ້ມູນຂອງດາວທຽມ, ລະບົບບັນຊາ ແລະບັນດາລະບົບຄວບຄຸມໜ້າດິນອື່ນໆ.”

     ວັນທີ 5 ມີນານີ້, ກອງທັບສ.ເກົາຫຼີ ໃຫ້ຮູ້ວ່າ, ສ.ເກົາຫຼີໄດ້ຍິງລູກສອນໄຟນຳວິຖີໄປສູ່ບໍລິເວນທະເລທາງທິດຕາເວັນອອກ, ເຊິ່ງເປັນການທົດລອງອາວຸດຄັ້ງທີ 9 ນັບແຕ່ຕົ້ນປີມານີ້. ລູກສອນໄຟດັ່ງກ່າວໄດ້ຍິງຈາກເຂດ Sunan ແລະບິນໄປໄກປະມານ 270 ກິໂລແມັດ ແລະ ຢູ່ໃນລະດັບຄວາມສູງ 560 ກິໂລແມັດ.

ຕອບກັບ

ຂ່າວ/ບົດ​ອື່ນ