ສ​ປ​ປ.ເກົາຫຼີ ວາງ​ເປົ້າ​ໝາຍ​ໃໝ່ ເພື່ອ​ປັບ​ປຸງ​ກຳ​ລັງຄວາມ​ສາ​ມາ​ດ​ດ້ານ​ປ້ອງ​ກັນ​ຊາດ

(VOVWORLD) -ວັນທີ 27 ທັນວາ, ຢູ່ Pyongyang, ກອງປະຊຸມຄົບຄະນະເປີດກວ້າງຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກແຮງງານ ສປປ.ເກົາຫຼີ ຊຸດທີ VIII ສືບຕໍ່ເຮັດວຽກມື້ທີ 2, ເພື່ອແນໃສ່ຮັບຮອງເອົາຄຳຊີ້ນຳການເຄື່ອນໄຫວໃນປີ 2023.
ສ​ປ​ປ.ເກົາຫຼີ ວາງ​ເປົ້າ​ໝາຍ​ໃໝ່ ເພື່ອ​ປັບ​ປຸງ​ກຳ​ລັງຄວາມ​ສາ​ມາ​ດ​ດ້ານ​ປ້ອງ​ກັນ​ຊາດ - ảnh 1ກອງປະຊຸມຄົບຄະນະເປີດກວ້າງຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກແຮງງານ ສປປ.ເກົາຫຼີ ຊຸດທີ VIII  (ພາບ: Yonhap/TTXVN)

ໃນບົດລາຍງານທີ່ສະເໜີຕໍ່ກອງປະຊຸມ, ທ່ານເລຂາທິການໃຫຍ່ພັກແຮງງານ ສປປ.ເກົາຫຼີ Kim Jong Un ໄດ້ເຕື້ອງເຖິງຫຼັກການ ແລະ ແບບວິທີ, ບົດຮຽນປະສົບການເພື່ອບັນລຸໄດ້ຜົນສຳເລັດໃນທຸກດ້ານ ໃນກິດຈະການສ້າງວັດທະນະທຳສັງຄົມນິຍົມ; ສະເໜີບັນດາໜ້າທີ່ຈຸດສຸມເຊິ່ງບັນດາຂະແໜງການກ່ຽວຂ້ອງຕ້ອງສຸມໃສ່ປະຕິບັດໃນປີ 2023 ເພື່ອບັນລຸໄດ້ບັນດາເປົ້າໝາຍ ເຊິ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 8 ຂອງພັກແຮງງານ ສປປ.ເກົາຫຼີ ວາງອອກ.

ບົດລາຍງານກໍໄດ້ໄຈ້ແຍກ ແລະ ຕີລາຄາສະພາບການສິ່ງທ້າທາຍໃໝ່ຢູ່ແຫຼມເກົາຫຼີ ແລະ ສະພາບການດ້ານການເມືອງສາກົນ. ພ້ອມທັງວາງອອກເປົ້າໝາຍສຳຄັນໃໝ່ເພື່ອປັບປຸງກຳລັງຄວາມສາມາດດ້ານປ້ອງກັນຊາດດ້ວຍຕົນເອງໃນປີ 2023.


ຕອບກັບ

ຂ່າວ/ບົດ​ອື່ນ