ສ​ປ​ປ.ເກົາຫຼີ ສືບ​ຕໍ່​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ

(VOVWORLD) - ສະພາຫົວໜ້າເສນາທິການທະຫານປະສົມ ສ.ເກົາຫຼີ (JCS) ໃຫ້ຮູ້ວ່າ ໄດ້ພົບບັນດາວັດຖຸບິນ ທີ່ໄດ້ຮັບຖືວ່າແມ່ນ ລູກສອນໄຟນຳວິຖີ ເຊິ່ງໄດ້ຍິງຈາກພຽງຢາງ ໃນວັນເວລາ 6 ໂມງ 14 ນາທີ (ຕາມເວລາທ້ອງຖິ່ນ) ອອກສູ່ ເຂດ ທະເລທາງທິດຕາເວັນອອກ ແຫຼມເກົາຫຼີ.
ສ​ປ​ປ.ເກົາຫຼີ ສືບ​ຕໍ່​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ - ảnh 1ເຫດຍິງລູກສອນໄຟນຳວິຖີຂອງ ສປປ.ເກົາຫຼີ (ພາບ: Reuters/KCNA)

ຕອນເຊົ້າວັນທີ 30 ພຶດສະພາ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນປະມານ 10 ລູກ. ສະພາຫົວໜ້າເສນາທິການທະຫານປະສົມ ສ.ເກົາຫຼີ (JCS) ໃຫ້ຮູ້ວ່າ ໄດ້ພົບບັນດາວັດຖຸບິນ ທີ່ໄດ້ຮັບຖືວ່າແມ່ນ ລູກສອນໄຟນຳວິຖີ ເຊິ່ງໄດ້ຍິງຈາກພຽງຢາງ ໃນວັນເວລາ 6 ໂມງ 14 ນາທີ (ຕາມເວລາທ້ອງຖິ່ນ) ອອກສູ່ ເຂດ ທະເລທາງທິດຕາເວັນອອກ ແຫຼມເກົາຫຼີ. JCS ໃຫ້ຮູ້ວ່າ ກອງທັບ ສ.ເກົາຫຼີ ໄດ້ເພີ່ມທະວີການຕິດຕາມທຸກການຜັນແປທີ່ກ່ຽວຂ້ອງ ແລະ ສືບຕໍ່ໄຈ້ແຍກຂໍ້ມູນກ່ຽວກັບເຫດຍິງລູກສອນໄຟ ພ້ອມທັງແບ່ງປັນ ຂໍ້ມູນທີ່ກ່ຽວຂ້ອງເຖິງ ບັນດາລູກສອນໄຟນຳວິຖີຂອງ ສປປ.ເກົາຫຼີ ກັບວົງການເຈົ້າໜ້າທີ່ ອາເມລິກາ ແລະ ຍີ່ປຸ່ນ. ປັດຈຸບັນ ຝ່າຍ ສປປ.ເກົາຫຼີ ຍັງບໍ່ທັນຢັ້ງຢືນຂໍ້ມູນທີ່ກ່ຽວຂ້ອງເຖິງເຫດຍິງລູກສອນໄຟດັ່ງກ່າວ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ