ສ​ປ​ປ.ເກົາຫຼີ ສືບ​ຕໍ່​ຍິງລູກສອນ​ໄຟ​ອອກ​ສູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) -ເຫດຍິງລູກສອນໄຟຫຼ້າສຸດຂອງ ສປປ.ເກົາຫຼີ ກໍ່ໄດ້ດຳເນີນພາຍຫຼັງ ສ.ເກົາຫຼີ ແລະ ອາເມລິກາ ຫາກໍ່ສິ້ນສຸດການຊ້ອມຮົມຮ່ວມກອງທັບເຮືອຂັ້ນສູງ, ໂດຍມີການເຂົ້າຮ່ວມຂອງກຳປັ່ນສະໜາມບິນ USS Ronald Reagan ຢູ່ທະເລຕາເວັນອອກ.
ສ​ປ​ປ.ເກົາຫຼີ ສືບ​ຕໍ່​ຍິງລູກສອນ​ໄຟ​ອອກ​ສູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1ພາບປະກອບ: TTXVN

ກອງທັບ ສ.ເກົາຫຼີໃຫ້ຮູ້ວ່າ ວັນທີ 29 ກັນຍາ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີບໍ່ກຳນົດ ອອກສູ່ທະເລຕາເວັນອອກ ຂອງປະເທດນີ້ ແລະ ນີ້ກໍ່ແມ່ນຄັ້ງທີ 3 ທີ່ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີໃນອາທິດນີ້. ສະພາຫົວໜ້າເສນາທິການທະຫານປະສົມ ສ.ເກົາຫຼີ (JCS) ໄດ້ປະກາດວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟ ພາຍຫຼັງ 2 - 3 ຊົ່ວໂມງ ທີ່ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ມາຢ້ຽມຢາມສ.ເກົາຫຼີ ເປັນເວລາ 1 ວັນ ເພື່ອ ພົບປະກັບທ່ານປະທານາທິບໍດີ Yoon Suk-yeol ແລະ ຢ້ຽມຢາມເຂດປອດການທະຫານ (DMZ). ສຳນັກຂ່າວສານ Kyodo ໄດ້ຄັດສະເໜີຄຳເວົ້າຂອງກະຊວງປ້ອງກັນປະເທດ ຍີ່ປຸ່ນ ກໍ່ໃຫ້ຮູ້ວ່າ ລູກສອນໄຟເຊິ່ງ ສປປ.ເກົາຫຼີ ຫາກໍ່ຍິງນັ້ນ ອາດຈະແມ່ນ ລູກສອນໄຟນຳວິຖີ. ມີ ລູກສອນໄຟດັ່ງກ່າວອາດຈະໄດ້ຕົກລົງຢູ່ເຂດເສດຖະກິດຈຳເພາະ (EEZ) ຂອງຍີ່ປຸ່ນ. ປັດຈຸບັນ ຍັງບໍ່ມີບົດລາຍງານກ່ຽວກັບຜົນເສຍຫາຍທີ່ເກີດຈາກເຫດຍິງລູກສອນໄຟນີ້.

ເຫດຍິງລູກສອນໄຟຫຼ້າສຸດຂອງ ສປປ.ເກົາຫຼີ ກໍ່ໄດ້ດຳເນີນພາຍຫຼັງ ສ.ເກົາຫຼີ ແລະ ອາເມລິກາ ຫາກໍ່ສິ້ນສຸດການຊ້ອມຮົມຮ່ວມກອງທັບເຮືອຂັ້ນສູງ, ໂດຍມີການເຂົ້າຮ່ວມຂອງກຳປັ່ນສະໜາມບິນ USS Ronald Reagan ຢູ່ທະເລຕາເວັນອອກ. ກ່ອນໜ້ານັ້ນ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ (SRBM) ໃນທ້າຍອາທິດກ່ອນ ແລະ ຍິງລູກສອນໄຟນຳວິຖີໄລຍະສັ້ນ 2 ລູກ ອອກສູ່ທະເລຕາເວັນອອກຂອງ ສ.ເກົາຫຼີ ໃນວັນທີ 28 ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ