ສປປ.ເກົາຫຼີກ່າວປະນາມການຊ້ອມຮົບຮ່ວມອາເມລິກາ-ສ.ເກົາຫຼີຢ່າງຂ້ຽວຂາດ

ສປປ.ເກົາຫຼີກ່າວປະນາມການຊ້ອມຮົບຮ່ວມອາເມລິກາ-ສ.ເກົາຫຼີຢ່າງຂ້ຽວຂາດ - ảnh 1
(ພາບປະກອບ)

(vovworld) – ​    ວັນ​ທີ 06/03, ສປປ.​ເກົາຫຼີ ອອກສຽງຕຳ​ໜິຕິຕຽນ​ການ​ຊ້ອມ​ຮົບ​ຮ່ວມ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ສ.​ເກົາຫຼີ  ພ້ອມ​ທັງ ຖະ​ແຫຼງວ່າ: ວໍ​ຊິງ​ຕັນ ຈະ​ຕ້ອງ​ຮັບຜິດຊອບ ຖ້າ​ຫາກ​ສົງຄາມ​​ເກີດ​ຂຶ້ນ​ໃນ​ແຫຼມ​ເກົາຫຼີ. ຕາມ​ແຈ້ງ​ການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ສປປ.​ເກົາຫຼີ ​ແລ້ວ, ການ​ຊ້ອມຮົບ​ດັ່ງກ່າວ​ນີ້ແມ່ນ “ການ​ກະທຳ​​ຮົບ​ທີ່​ອັນ​ຕະລາຍ, ສະ​ແດງ​ໃຫ້​ເຫັນ​ທາດ​ແທ້ຂອງ​ບັນດາ​ປະ​ເທດ​ນີ້”. ນອກ​ນັ້ນ, ພຽງ​ຢາງ ຍັງ​ກ່າວ​ເຕືອນ​ວ່າ ຖ້າວ່າ​ສົງ​ຄາມ​ເກີດ​ຂຶ້ນ, ການ​ສູ້​ຮົບ​ນັ້ນ ບໍ່​ພຽງ​ແຕ່ຢູ່ໃນ​ແຫຼມ​ເກົາຫຼີ ​ແລະ ກໍ່​ບໍ່​ແມ່ນ​ສົງຄາມ​ທຳ​ມະ​ດາອີກ, ຫາກ​ຈະ​ແມ່ນ​ສົງຄາມ​ນິວ​ເຄຼຍ. ຖະ​ແຫຼ​ງການ​ກໍ່ຂົ່ມຂູ່​ວ່າ: ສປປ. ​ເກົາຫຼີ ຈະ​ຫັນ​ບັນດາ​ການ​ກະທຳ​ດ້ານ​ການທະຫານທີ່​ມີລັກສະນະປ້ອງ​ກັນກາຍ​ເປັນ “​ການ​ບຸກ​ໂຈມ​ຕີຂົ່ມຂູ່” ຍ້ອນ​ສະພາບ​ການພວມ​ຢູ່​ໃນ​ “ໄລຍະຮ້າຍ​ແຮງ ບໍ່​ສາມາດຄວມຄຸມ​ໄດ້”.

ຂ່າວ/ບົດ​ອື່ນ