ສປປ.ເກົາຫຼີຍິງທົດລອງລູກສອນໄຟນຳວິຖີຈາກກ່ຳປັ່ນດຳນ້ຳສຳເລັດຜົນ

ສປປ.ເກົາຫຼີຍິງທົດລອງລູກສອນໄຟນຳວິຖີຈາກກ່ຳປັ່ນດຳນ້ຳສຳເລັດຜົນ - ảnh 1
ສປປ.ເກົາຫຼີຍິງທົດລອງລູກສອນໄຟນຳວິຖີ
ຈາກກ່ຳປັ່ນດຳນ້ຳສຳເລັດຜົນ
(ພາບ: THX/ TTXVN)


(vovworld) - ສຳ​ນັກ​ຂ່າວ​ສານ KCNA ຂອງ​ສ​ປ​ປ.ເກົາ​ຫຼີ ໃຫ້​ຂ່າວ​ວ່າ, ປະ​ເທດນີ້​ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄ​ຟ​ນຳ​ວິ​ຖີ​ຍຸດ​ທະ​ສາດ ຈາກ​ກ່ຳ​ປັ່ນ​ດຳ​ນຳ​້​ສຳ​ເລັດ​ຜົນ ແລະ ການ​ນຳ Kim Jong Un ຊີ້​ນຳ​ເຫດ​ຍິງ​ທົດ​ລອງນີ້. ຕາມ KCNA ແລ້ວ, ເຫດ​ຍິ​ງ​ທົດ​ລອງນີ້​ແມ່ນ​ເພື່ອຢັ້ງ​ຢືນ​ ຄວາມເປັນ​ປົກ​ກະ​ຕິ​ຂອງ​ລະ​ບົບ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​​ຢູ່​ລະ​ດັບ​​ເລິກສຸດ​ໃຕ້​ນ້ຳ ແລະ ​ລູກ​ສອນ​ໄຟ​ນີ້​ສາ​ມາດບ​ຸກ​ໂຈມ​ຕີ​ບັນ​ດາ​ເປົ້າ​ໝາຍ​ດ້ວຍ​ຄວາມ​ຊັດ​ເຈນ​ສູງ. KCNA ໃຫ້​ຮູ້​ຕື່​ມ​ອີກວ່າ, ເຕັກ​ໂນ​ໂລ​ຊີ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ທີ່​ໄດ້​ຍິງ​ຈາກ​ກ່ຳ​ປັ່ນ​ດຳ​ນຳ​້​ຂອງ​ສ​ປ​ປ.ເກ​ົາ​ຫຼີ ຕອບ​ສະ​ໜອ​ງ​ໄດ້​ທຸກ​ຄວາມ​ຕ້ອງ​ການ​ດ້ານ​ເຕັກ​ນິກ, ​ກຽມ​ພ້ອມ​ໃຫ້​ບັ້ນ​ຮົບ​ບຸກ​ໂຈມ​ຕ​ີ​ຈາກ​ໃຕ້​ນຳ​້.

ຂ່າວ/ບົດ​ອື່ນ