ສປປ.ເກົາຫຼີຍິງລູກສອນໄຟ 2 ລູກມຸ່ງໄປທິດທະເລຍີ່ປຸ່ນ

ສປປ.ເກົາຫຼີຍິງລູກສອນໄຟ 2 ລູກມຸ່ງໄປທິດທະເລຍີ່ປຸ່ນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Shinzo Abe
(ພາບ​ປະ​ກອບ​ຈາກ​ອີນ​ເຕີ​ແນັດ)

(vovworld) –​ ​ສະ​ພາ​ທີ່​ປຶກ​ສາ​ຫົວ​ໜ້າທະ​ຫານ​ປະ​ສົມ​ສ.ເກົາ​ຫຼີ (JSC) ໄດ້​ແຈ້ງວ່າ, ໃນ​ເວ​ລາ 5 ໂມງ 20 ນາ​ທີ, ວັນ​ທີ 10/03 (ຕາມ​ເວ​ລາ​ທ້ອງ​ຖິ່ນ), ສ​ປ​ປ.ເກົາ​ຫຼີ ໄດ້​ຍິງ​ລູກ​ສອນ​ໄຟ 2 ລູກ ​ໄປ​ສູ່​ທະ​ເລ​ທາງທິດ​ຕາ​ເວັນ​ອອກ​ຂອງ​ປ​ະ​ເທດນີ້. JSC ໃຫ້​ຂໍ້​ສັງ​ເກດ​ວ່າ ນີ້​ແມ່ນ​ລູກ​ສອນ​ໄຟ Scud 2 ລູກ ແລະ ບິນ​​ໄດ້ປະ​ມານ 500 ກ.ມ ກ່ອນ​ທີ່​ຕົກ​ລົງ​​ເຂດທະ​ເລ​ທ່າ​ກ່ຳ​ປັ່ນ Wosan, ຂຶ້ນ​ກັບ​ທະ​ເລ​ຍີ່​ປຸ່ນ.

      ຕໍ່​ໜ້າ​ການ​ກະ​ທຳ​ຂອງ​ສ​ປ​ປ.ເກົາ​ຫຼີ, ວັນ​ທີ 10/03, ລັດ​ຖະ​ບານ​ຍີ່​ປຸ່ນ ໄດ້​ສົ່ງ​ຈົດ​ໝາຍ​ທາງ​ການ​ຄັດ​ຄ້ານ​ສ​ປ​ປ.ເກົາ​ຫຼີ ຜ່ານ​ສະ​ຖານ​ທູ​ດ​ຂອງ​ປະ​ເທດນີ້ທີ່​ປະ​ຈ​ຳຢູ່ ປັກ​ກິງ. ແລະ​ກໍ​ໃນ​ວັນ​ດ​ຽວ​ກັນ, ທີ່​ກອງ​ປະ​ຊຸມ​ດ່ວນ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​​ຂັ້ງ​ສູງ​ຢູ່​ຫ້ອ​ງວ່າ​ການ​ລັດ​ຖະ​ບານ​ຍີ່​ປຸ່ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Shinzo Abe ໄດ້​ຄັດ​ຄ​້ານ​​ບັນ​ດາການ​ກະ​ທຳ​ຂອງ​ພຽງ​ຢາງ ແລະ ທ່ານ​ກໍ​ໃຫ້​ຮູ້​ວ່າ, ເຖິງວ່າ​ລູກ​ສອນ​ໄຟ​ບໍ່​ກໍ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ໃດ​ສຳ​ລັບ​ເຮືອ​ບິນ ແລະ ກ່ຳ​ປັ່ນ​ໃນ​ພາກ​ພື້ນກໍ່​ຕາມ, ແຕ່​ການ​ຍິງ​ລູກ​ສອນ​ໄຟ​ນີ້ໄດ້​ລະ​ເມີດ​ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ກໍ​ຄື​ນາບ​ຂູ່​ເຖິງ​ຄວາມ​ປອດ​ໄພ​ໃນ​ການ​ເດີິນ​ທະ​ເລ ແລະ ການ​ບິນ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ