ສ​ປ​ປ.ເກົາຫຼີ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ສອງ​ລູກ

(VOVWORLD) - ວັນທີ 1 ກໍລະກົດ, ກອງທັບສ.ເກົາຫຼີ ໃຫ້ຮູ້ວ່າ ສປປ.ເກົາຫຼີໄດ້ຍິງລູກສອນໄຟນຳວິຖີສອງລູກໄປທາງທິດຕາເວັນອອກ ພາຍຫຼັງກ່າວເຕືອນກ່ຽວກັບບັນດາມາດຕະການໂຕະຕອບການຊ້ອມຮົບຮ່ວມ ໂດຍສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນຈັດຂຶ້ນ..
ສ​ປ​ປ.ເກົາຫຼີ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ສອງ​ລູກ - ảnh 1ພາບປະກອບ: YONHAP/TTXVN

ສະພາເສນາທິການໃຫຍ່ທະຫານປະສົມ ສ.ເກົາຫຼີ (JCS) ໃຫ້ຮູ້ວ່າ ລູກສອນໄຟນຳວິຖີໄລຍະສັ້ນໄດ້ຍິງຈາກເຂດ Jangyon ຢູ່ແຂວງ Nam Hwanghae ໃນຕອນເວລາ 5ໂມງ5 ນາທີເຊົ້າໄປທາງທິດຕາເວັນອອກສ່ຽງເໜືອ. ລູກສອນໄຟນຳວິຖີລູກໜຶ່ງຍັງບໍ່ທັນຢັ້ງຢຶນ ໄດ້ຍິງໃນຕອນເວລາ 5ໂມງ15ນາທີ ໃນວັນດຽວກັນ. ເຖິງຢ່າງໃດກໍຕາມ, JCS ຍັງບໍ່ທັນສະໜອງຂໍ້ມູນຢ່າງລະອຽດຕື່ມອີກ.

ໃນຂ່າວຄາວສົ່ງໄປຍັງສື່ມວນຊົນ, JCS ໃຫ້ຮູ້ວ່າກອງທັບສ.ເກົາຫຼີໄດ້ເພີ່ມທະວີການເຄື່ອນໄຫວຕິດຕາມກໍ່ຄືສະຕິລະວັງຕົວຕໍ່ບັນດາເຫດຍິງລູກສອນໄຟຢ່າງລຽນຕິດຂອງຝ່າຍພຽງຢາງ. ເຊີອູນກໍ່ພ້ອມແລ້ວທີ່ຈະແບ່ງປັນຂ່າວຄາວ ແລະ ຂໍ້ມູນ ກ່ຽວກັບລູກສອນໄຟນຳວິຖີຂອງ ສປປ.ເກົາຫຼີ ກັບ ອາເມລິກາ ແລະ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ