ສ​ປ​ປ.ເກົາຫຼີ​ຍິງ​ລູກ​ສອນ​ໄຟ​ນ​ຳ​ວິ​ຖີໄລ​ຍະ​ສັ້ນ

(VOVWORLD) -ກອງທັບສ.ເກົາຫຼີ ໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ 3 ລູກ ຕົກຢູ່ເຂດທະເລທາງທິດຕາເວັນອອກຂອງປະເທດນີ້ ໃນວັນທີ 12 ພຶດສະພາ.
ສ​ປ​ປ.ເກົາຫຼີ​ຍິງ​ລູກ​ສອນ​ໄຟ​ນ​ຳ​ວິ​ຖີໄລ​ຍະ​ສັ້ນ - ảnh 1ເຫດຍິງທົດລອງລູກສອນໄຟຂອງ ສປປ.ເກົາຫຼີ (ພາບ: YONHAP/TTXVN)

ສຳນັກຂ່າວສານ Yonhap ໄດ້ຄັດສະເໜີແຈ້ງການຂອງສະພາທີ່ເສນາທິການຫົວໜ້າທະຫານປະສົມສ.ເກົາຫຼີ (JSC) ໃຫ້ຮູ້ວ່າ ໄດ້ພົບເຫັນການຍິງລູກສອນໄຟ ຢູ່ເຂດ ຊູນານຢູ່ພຽງຢາງ ໃນເວລາ 16 ໂມງ 29 ນາທີ (ຕາມເວລາ ທ້ອງຖິ່ນ). ລູກສອນໄຟ 3 ລູກໄດ້ບິນໄປໄກ 60 ກິໂລແມັດ, ບັນລຸຄວາມສູງສຸດແມ່ນ 90ກິໂລແມັດ, ດ້ວຍອັດຕາຄວາມໄວ Mach 5.

ແລະກໍ່ໃນວັນດຽວກັນ, ທຳນຽບປະທານາທິບໍດີ ສ.ເກົາຫຼີ ໃຫ້ຮູ້ວ່າ ຫ້ອງການຄວາມໝັ້ນຄົງແຫ່ງຊາດ ຂຶ້ນກັບ ທຳນຽບປະທານາທິບໍດີ ສ.ເກົາຫຼີ ໄດ້ຮຽກໂຮມປະຊຸມດ່ວນເພື່ອປຶກສາຫາລືກ່ຽວກັບການກະທຳຫຼ້າສຸດນີ້ຂອງ ພຽງຢາງ. ທ່ານ Kimg Sung-han ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຈະເປັນປະທານກອງປະຊຸມ.

ໃນຂະນະນັ້ນ, ໃນວັນດຽວກັນ, ກະຊວງປ້ອງກັນປະເທດຍີ່ປຸ່ນ ກໍ່ແຈ້ງໃຫ້ຊາບວ່າ ລູກສອນໄຟນຳວິຖີເຊິ່ງ ສປປ.ເກົາຫຼີຍິງໄດ້ຕົກໃສ່ເຂດເສດຖະກິດຈຳເພາະ (EEZ) ຂອງ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ