ສປປ.ເກົາຫຼີຕຳໜິຕິຕຽນແຜນການຊ້ອມຮົບຮ່ວມອາເມລິກາ-ສ.ເກົາຫຼີ

(VOVWORLD) -       ວັນທີ 06 ພະຈິກ, ສປປ.ເກົາຫຼີ ໄດ້ສະແດງຄວາມບໍ່ພໍໃຈກ່ຽວກັບແຜນການຊ້ອມຮົບຮ່ວມລະຫວ່າງອາເມລິກາ ແລະ ສ.ເກົາຫຼີ ທີ່ຈະມາເຖິງ.

ກ່ອນໜ້ານັ້ນ, ວັນທີ 05 ພະຈິກ, ວົງການເຈົ້າໜ້າທີ່ເຊີອູນ ແລະ ວໍຊິງຕັນ ໃຫ້ຮູ້ວ່າ, ຈະຍົກເລີກການຊ້ອມຮົບທາງອາກາດປະຈຳປີທີ່ມີຊື່ວ່າ Vigilant Ace ແລະ ແທນທີ່ນັ້ນແມ່ນຈະຈັດຕັ້ງການຊ້ອມຮົບທີ່ມີຂະໜາດນ້ອຍກວ່າ.

        ກະຊວງການຕ່າງປະເທດສປປ.ເກົາຫຼີ ໃຫ້ຮູ້ວ່າ, ການຊ້ອມຮົບດັ່ງກ່າວຖ້າຫາກດຳເນີນໄປຈະລະເມີດຂໍ້ຕົກລົງທີ່ບັນລຸໄດ້ໃນກອງປະຊຸມຄັ້ງທຳອິດລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ຢູ່ສິງກະໂປ ເມື່ອເດືອນ ມິຖຸນາ 2018.

        ແລະກໍ່ໃນວັນດຽວກັນ, ກະຊວງປ້ອງກັນປະເທດອາເມລິກາ ໄດ້ປະຕິເສດບັນດາຄຳຕຳໜິຕິຕຽນດັ່ງກ່າວ ແລະ ຢືນຢັນວ່າ ວໍຊິງຕັນ ແລະ ເຊີອູນ ຈະບໍ່ປະຕິບັດບັນດາການເຄື່ອນໄຫວຊ້ອມຮົບຮ່ວມຕາມທີ່ ພຽງຢາງ ມີປະຕິກິລິຍາຂອງ.

ຕອບກັບ

ຂ່າວ/ບົດ​ອື່ນ