ສປປເກົາຫຼີທົດລອງ ລູກສອນໄຟນຳວິຖີ- ສັນຍານຂອງການທົດລອງ ນິວເຄຼຍຄັ້ງໃໝ່

ສປປເກົາຫຼີທົດລອງ ລູກສອນໄຟນຳວິຖີ- ສັນຍານຂອງການທົດລອງ ນິວເຄຼຍຄັ້ງໃໝ່ - ảnh 1

(ພາບ:laodong.com.vn)

(vovworld) -  ​ວັນ​ທີ 16/2, ​​ເຈົ້າໜ້າ​ທີ່​ຜູ້​ໜຶ່ງ​ສັງກັດ​ເຂດ​ທະຫານ​ຕາ​ເວັນ​ອອກ​ລັດ​ເຊຍ ​​ໃຫ້​ຮູ້​ວ່າ: ສປປ ​ເກົາຫຼີ ​ໄດ້ທົດ​ລອງ​ລູກສອນ​ໄຟ​ນຳ​ວິຖີ​ໄລຍະ​ສັ້ນ ມຸ້ງ​ໄປ​ສູ່​ເຂດ​ຝັ່ງ​ທະ​ເລ​ຍີ່ປຸ່ນ​ ໃນ​ໄລຍະ​ເວລາ​ແຕ່​ວັນ​ທີ 1-10/2 ຜ່ານ​ມາ. ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ສຳນັກ​ຂ່າວສານ​ກຽວ​ໂດ ຂອງ​ຍີ່ປຸ່ນ, ​ເຈົ້າໜ້າ​ທີ່​ຜູ້​ນີ້​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ບັນດາ​ການ​ຊອ້ມຮົບ​ປົກກະຕິ.

   ​ໃນ​ວັນ​ດຽວ​ກັນ, ໜັງສືພິມ​ລາຍ​ວັນ JoongAng Ilbo ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າຂອງ​ວົງ​ການ​ເຈົ້າໜ້າ​ທີ່​ສືບ​ລາ​ສະການ​ລັບ ສ​ເກົາຫຼີ ​ໂດຍ​ໃຫ້ຮູ້​ວ່າ: ມີ​ຫຼາຍ​ສັນຍານ​ໃຫ້​ເຫັນ​ວ່າ ສປປ ​ເກົາຫຼີ ພວມ​ກະກຽມ​ການ​ທົດ​ລອງ​ນິວ​ເຄຼຍຄັ້ງທີ 4 ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ປະ​ເທດ​ນີ້.

 

ຂ່າວ/ບົດ​ອື່ນ