ສປປ.ເກົາຫຼີປະຕິເສດການຍິງປືນໃຫຍ່ໃສ່ສ.ເກົາຫຼີ

ສປປ.ເກົາຫຼີປະຕິເສດການຍິງປືນໃຫຍ່ໃສ່ສ.ເກົາຫຼີ - ảnh 1
(ພາບປະກອບ)

(vovworld) – ສປປ.​ເກົາຫຼີ ອີກ​ເທື່ອ​ໜຶ່ງ​ໄດ້​ປະຕິ​ເສດ​ການ​ຍິງ​ປືນ​ໃຫ​ຍ່ ​ໃສ່​ສ.​ເກົາ​ຫຼີ, ພ້ອມທັງ​ກ່າວ​ປະນາມ​ເລື່ອງ ​ເຊີ​ອຸ່ນ ​​ເສກ​ສັ້ນ​ປັ້ນ​ແຕ່ງ​ເຫດການ​ນີ້. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຂ່າວ ​ໃນ​ຕອນ​ເຊົ້າ​ວັນ​ທີ 21/08, ທ່ານ Kim Yong Chol, ຜູ້ອຳນວຍການ​ຫ້ອງການ​ສືບສວນ​ຂອງກົມເສນາ​ທິການ​ກອງທັບ​ປະຊາຊົນ​ສປປ.​ເກົາຫຼີ ຖະ​ແຫຼ​ງວ່າ, ສະພາບ​ຄວາມເຄັ່ງ​ຕຶງ ​ແລະ ສັບສົນ​ຄືປະຈຸ​ບັນ​ລະ​ຫວ່າງ​ສປປ.​ເກົາຫຼີ ​ແລ​ະ ສ.​ເກົາຫຼີ ​ແມ່ນ​ຍ້ອນ​ກາ​ນກະທຳ​ເກາະຜິດຂອງຝ່າຍ​ສ.​ເກົາຫຼີ. ຕາມ​ເຈົ້າ​ໜ້າ​ທ່ີ​ຜູ້​ນີ້​ແລ້ວ, ຝ່າຍ​ສ.​ເກົາຫຼີ ​ໄດ້​ມີ​ການ​ກະທຳ​ໂຕ້​ຕອບ​ດ້ວຍ​ການ​ຍິງ​ປືນ​ໃຫຍ່​ນັບ​ສິບ​ລູກ, ກ່ອນ​ທີ່​ສຳ​ຫຼວດຢັ້ງຢືນສະຖານ​ທີ່​ຍິງ​ປືນ​ໃຫຍ່ ກໍ​ຄື​ຈຸດ​ທີ່​ຕັ້ງ​ຂອງ​ລູກປືນ​ຕົກ​ໃສ່.

          ​​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງປ້ອງ​ກັນ​ປະ​ເທດສ.​ເກົາຫຼີ Han Min koo ​​ໄດ້​ອອກ​ຄຳ​ສັ່ງ​ກ່າວ​ເຕື່ອນວ່າ​ ກອງທັບ​ສ.​ເກົາຫຼີ ຈະ​ມີ​ມາດ​ຕະການ​ໂຕ້​ຕອບ​ທີ່​ແຂງ​​ກະດ້າງ ຖ້າຫາກ​ຝ່າຍ​ສປປ.​ເກົາຫຼີ ມີ​ການ​ກະທຳ​ເກາະ​ຜິດຕື່ມອີກ.

ຂ່າວ/ບົດ​ອື່ນ