ສປປ.ເກົາຫຼີປະຕິເສດຂໍ້ລິເລີ່ມສັນຕິພາບຂອງການນຳສ.ເກົາຫຼີ

(VOVWORLD) - ຕາມສຳນັກຂ່າວສານ Yonhap ແລ້ວ, ວັນທີ 15 ກໍລະກົດ, ສປປ.ເກົາຫຼີ ໄດ້ຕຳນິຕິຕຽນຂໍ້ລິເລີ່ມຂອງທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ກ່ຽວກັບການໄກ່ເກ່ຍລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ວ່າແມ່ນບັນດາ “ຖ້ອຍຄຳປອມແປງ”.

ສປປ.ເກົາຫຼີປະຕິເສດຂໍ້ລິເລີ່ມສັນຕິພາບຂອງການນຳສ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in

(ພາບປະກອບ: AFP/TTXVN)

ໃນປະຕິກິລິຍາທຳອິດຂອງພຽງຢາງ ສຳລັບຂໍ້ສະເໜີ ຫຼື ເອີ້ິ້ນວ່າ “ຂໍ້ສະເໜີ Berlin”, ມີບົດວິຈານຂອງໜັງສືພິມລາຍວັນ Rodong Sunmun, ອົງການກະບອກສຽງຂອງພັກແຮງງານສປປ.ເກົາຫຼີ, ຖືວ່າ, ຂໍ້ສະເໜີດັ່ງກ່າວຈະບໍ່ມີຜົນປະໂຫຍດຫຍັງ ໃນການຊ່ວຍປັບປຸງການພົວພັນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ, ເຊິ່ງເຄີຍເຄັ່ງຕຶງແຕ່ດົນນານມາແລ້ວ. ໜັງສືພິມກໍ່ປະຕິເສດຄຳຮຽກຮ້ອງຂອງທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ກ່ຽວກັບເລື່ອງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ດຳເນີນການເຈລະຈາ ແລະ ຮ່ວມມື 2 ຝ່າຍ, ພ້ອມທັງຮຽກຮ້ອງຕ້ອງມີ “ການປ່ຽນແປງໂດຍພື້ນຖານໃນນະໂຍບາຍ ແລະ ຫຼັກໝັ້ນ”.


ຕອບກັບ

ຂ່າວ/ບົດ​ອື່ນ