ສປປ.ເກົາຫຼີຢາກຢຸດຕິການປະທະກັນດ້ານການທະຫານຜ່ານການເຈລະຈາລະຫວ່າງສປປ.ເກົາຫຼີແລະສ.ເກົາຫຼີ

(VOVWORLD) -ວັນທີ 15 ມັງກອນ, ສປປ.ເກົາຫຼີ ປາດຖະໜາວ່າ ບັນດາຄວາມມານະພະຍາຍາມເພື່ອສັນຕິພາບລະຫວ່າງສປປ.ເກົາຫຼີ ແລະ ສ.ເກົາຫຼີ ອາດຈະພາໄປເຖິງການຢຸດຕິການປະທະກັນດ້ານການທະຫານຢູ່ແຫຼມ ເກົາຫຼີ.

ສປປ.ເກົາຫຼີຢາກຢຸດຕິການປະທະກັນດ້ານການທະຫານຜ່ານການເຈລະຈາລະຫວ່າງສປປ.ເກົາຫຼີແລະສ.ເກົາຫຼີ - ảnh 1 ສປປ.ເກົາຫຼີຢາກຢຸດຕິການປະທະກັນດ້ານການທະຫານຜ່ານການເຈລະຈາ

ລະຫວ່າງສປປ.ເກົາຫຼີແລະສ.ເກົາຫຼີ

(ພາບ: YONHAP/ TTXVN)

ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ມີບົດວິຈານໂດຍຖືວ່າ, ຂໍ້ສະເໜີຂອງສປປ.ເກົາຫຼີ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງກັບສ.ເກົາຫຼີ ໄດ້ “ຮັບປະຕິກິລິຍາຢ່າງຕັ້ງໜ້າຈາກມະຫາຊົນຢູ່ພາຍໃນ ແລະ ຕ່າງປະເທດ”. KCNA ຊີ້ແຈ້ງວ່າ: “ຂໍ້ສະເໜີດັ່ງກ່າວໄດ້ສ່ອງແສງເຈດຈຳນົງຢ່າງເດັດດ່ຽວຂອງສປປ.ເກົາຫຼີ ເພື່ອແນໃສ່ສະກັດກັ້ນສົງຄາມໃນແຫຼມເກົາຫຼີ ແລະ ປົກປັກຮັກສາສັນຕິພາບ… ໃນເງື່ອນໄຂທີ່ການກ່າວເຕືອນສົງຄາມຢ່າງຮຸນແຮງ ໄດ້ເຮັດໃຫ້ບໍ່ວ່າການນາບຂູ່ທັງໝົດຈາກອາເມລິກາ ຖືກປະລາໄຊ ແລະ ຈຳກັດ”. KCNA ກໍ່ຮຽກຮ້ອງໃຫ້ສ.ເກົາຫຼີ ຮ່ວມມືກັບສປປ.ເກົາຫຼີ ເພື່ອພ້ອມກັນປຶກສາຫາລືຢ່າງກົງໄປກົງມາກ່ຽວກັບບັນດາບັນຫາປັບປຸງການພົວພັນ 2 ຝ່າຍ ເພື່ອມຸ່ງໄປເຖິງເປົ້າໝາຍເປັນເອກະພາບ.

        ແລະກໍ່ໃນວັນດຽວກັນ, ຢູ່ບ້ານຢຸດຮົບ Panmunjom ໃນເຂດຊາຍແດນລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ໄດ້ດຳເນີນການເຈລະຈາຂັ້ນນັກວິຊາການກ່ຽວກັບເລື່ອງ ພຽງຢາງ ຈັດສົ່ງຄະນະນັກສິລະປະເຂົ້າຮ່ວມ Olympic ລະດູໜາວ Pyeong Chang. ສປປ.ເກົາຫຼີ ໄດ້ເຫັນດີ ຈັດສົ່ງຄະນະນັກສິລະປະລວມມີ 140 ຄົນ ເຂົ້າຮ່ວມການສະແດງງານມະຫາກຳກິລາລະດູໜາວ Pyeong Chang ຢູ່ສ.ເກົາຫຼີ ໃນເດືອນ ກຸມພາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ