ສປປເກົາຫລີຄັດຄ້ານມະຕິລົງໂທດໃຫມ່ຂອງສປຊ

(VOVWORLD) -ພຽງຢາງ  ກ່າວເຕືອນວ່າ ອາເມລິກາ ຈະຕ້ອງປະເຊີນຫນ້າກັບ “ຄວາມເຈັບປວດທີ່ສຸດ” 

ສປປເກົາຫລີຄັດຄ້ານມະຕິລົງໂທດໃຫມ່ຂອງສປຊ - ảnh 1ການນຳ ສປປ ເກົາຫລີ Kim Jong Un

ພາບ:baomoi.com

ວັນທີ 12 ກັນຍາ, ສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫລີ (ສປປເກົາຫລີ) ໄດ້ອອກສຽງຄັດຄ້ານມະຕິສະບັບໃຫມ່ຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການຈັດວາງບັນດາມາດຕະການລົງໂທດທີ່ແຂງກະດ້າງສຳລັບພຽງຢາງ ພ້ອມທັງກ່າວເຕືອນວ່າ ອາເມລິກາ ຈະຕ້ອງປະເຊີນຫນ້າກັບ “ຄວາມເຈັບປວດທີ່ສຸດ” ຊື່ງປະເທດນີ້ຍັງບໍ່ທັນໄດ້ຜ່ານຜ່າ. ກ່າວຄຳເຫັນທີ່ກອງປະຊຸມຫລຸດຜ່ອນກຳລັງທັບ ຊື່ງດຳເນີນຢູ່ເຊີແນວ ປະເທດສະວິດ, ທ່ານ Tae song ເອກອັກຄະລັດຖະທູດ ສປປ ເກົາຫລີ ປະຈຳ ສປຊ ໄດ້ເນັ້ນຫນັກວ່າ ຄະນະຜູ້ແທນ ສປປ ເກົາຫລີ ກ່າວປະນາມຢ່າງແຮງ ແລະ ປະຕິເສດມະຕິສະບັບໃຫມ່ຂອງ ສະພາຄວາມໝັ້ນຄົງ ສປຊ. ທ່ານ Han Tae song ກ່າວຫາ ອຳນາດການປົກຄອງ ວໍຊິງຕັນ ທີ່ໄດ້ “ປຸກປັ່ນການສູ້ຢັນກັນດ້ານການທະຫານ, ເສດຖະກິດ, ການເມືອງ ແລະ ຖືກຫລອກຫລອນ ຍ້ອນການຕໍ່ສູ້ຕ່າວປີ້ນການພັດທະນາກຳລັງນິວເຄຼຍຂອງ ສປປ ເກົາຫລີ ເຄີຍບັນລຸຮອດໄລຍະສຳເລັດ.”

ຕອບກັບ

ຂ່າວ/ບົດ​ອື່ນ