ສປປເກົາຫຼີອາດຈະໂຈະ ແຜນການຍິງ ລູກສອນໄຟໄລຍະໄກ

ສປປເກົາຫຼີອາດຈະໂຈະ ແຜນການຍິງ ລູກສອນໄຟໄລຍະໄກ - ảnh 1

ທະຫານສປປ ​ເກົາຫຼີ ​ເວັນຍາມ​ລູກສອນ​ໄຟ

(ພາບ:AFP)

(VOV)-  ວັນ​ທີ 9/12,​ ສຳນັກ​ຂ່າ​ວານ Yonhap ຂອງ ສ​ເກົາຫຼີ ​ໄດ້​ໃຫ້​ຂ່າວ​ວ່າ: ສປປ ​ເກົາຫຼີ ​ໄດ້​ຢຸດຕິ​ທຸກ​ການ​ເຄື່ອນ​ໄຫວ​ກະກຽມ​ໃຫ້​ແກ່ການຍິງ​ລູກ​ສອນ​ໄຟ​ໄລຍະ​ໄກ​ໂດຍ​ຊົ່ວຄາວ ຊື່​ງຄາດ​ວ່າ​ຈະດຳ​ເນີນ​ໃນ​ເດືອນ​ນີ້. ສຳນັກ​ຂ່າວສານດັ່ງກ່າວໄດ້​ຄັດ​ສະ​ເໜີຄຳ​ເວົ້າຂອງ​​ເຈົ້າໜ້າ​ທີ່​ຂັ້ນສູງ​ໃນ​ລັດຖະບານ​ສ​ເກົາຫຼີ ໂດຍ​ໃຫ້​ຮູ້​ວ່າ: ສປປ ​ເກົາຫຼີ ​ພວມຊັ່ງຊາການ​ດັດປັບ​ເວລາ​ດຳ​ເນີນການຍິງ​ລູກ​ສອນ​ໄຟຍ້ອນ​ບັນດາ​ບັນຫາ​ເຕັກນິກ. ​ແຫຼ່ງຂາວ​ດັ່ງກ່າວ​​ຢັ້ງຢືນ​ວ່າ​ໄດ້ຄົ້ນພົບ​ບັນດາ​ສັນຍານ​ຜິດ​ປົກກະຕິ​ນັບ​ແຕ່​ຕອນ​ບ່າຍ​ວັນ​ທີ 8/12 ​ແຕ່​ບໍ່​​ໃຫ້​ຮູ້ລາຍ​ລະອຽດ. ຕາມ​ແຜນການ​ໄດ້ຮັບ​ການ​ປະກາດ​ເມື່ອ​ຕົ້ນ​ເດືອນ 12/2012, ພຽງ​ຢາງ ຄາດ​ວ່າ​ຈະ​ຍິງ​ລູກສອນ​ໄຟ​ນຳ​ດາວ​ທຽມ​ສັງ​ເກດ​ໜ່ວຍ​ໂລກ Kwangmyungsang-3 ຈາກ​ຖານ​ຍິງ​ລູກ​ສອນ​ໄຟ Tongchang-ri ​ໃນ​ໄລຍະ​ເວລາແຕ່​ວັນ​ທີ 10-22/12. ​ໃນ​ຂະນະ​ນັ້ນ, ສປປ ​ເກົາຫຼີ ຢັ້ງຢືນ​ວ່າ​ແຜນການ​ນີ້​ແມ່ນ​ເພື່ອ​ຈຸດປະສົງ​ສັນຕິພາບ, ຄົ້ນຄ້ວາວິທະຍາສາດ ​ແລະ ຈະ​ປະຕິບັດ​ຕາມບັນດາ​ຂໍ້​ກຳນົດ​ສາກົນ​ທີ່​ກ່ຽວຂ້ອງ. ສ່ວນ​ອາ​ເມລິກາ ​ແລະ ບັນດາ​ພັນທະ​ມິດ​ພັດ​ຖື​ວ່າ: ກໍ່​ເຊັ່ນ​ດຽວ​ກັນ​ກັບ​ການ​ຍິງ​ດາວ​ທຽມ​ທີ່​ຖືກ​ປະລາ​ໄຊ​​ເມື່ອ​ເດືອນ 4/2012 ຜ່ານ​ມາ, ນີ້​ອາດ​ຈະ​ແມ່ນ​ການ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິຖີ​ຂ້າມ​ຜ່ານ​ທະວີບ​ທີ່​ສາມາດນຳ​ຫົວ​ນິວ​ເຄຼຍ.

 

ຂ່າວ/ບົດ​ອື່ນ