ສ.ປ.ປ.ເກົາຫຼີຮຽກຮ້ອງ ສ.ເກົາຫຼີຈົ່ງຢຸດຕິບັນດາການຊ້ອມຮົບ

ສ.ປ.ປ.ເກົາຫຼີຮຽກຮ້ອງ ສ.ເກົາຫຼີຈົ່ງຢຸດຕິບັນດາການຊ້ອມຮົບ - ảnh 1
ສ.​ເກົາຫຼີດຳເນີນການຊ້ອມຮົບ​ປະຈຳ​ປີ​ກັບ​ອາ​ເມ​ລິ​ກາ

(vovworld)-  ວັນ​ທີ 29/8, ສ.ປ.ປ.​ເກົາຫຼີ​ໄດ້​ຮຽກຮ້ອງ ສ.​ເກົາຫຼີຈົ່ງຢຸດຕິບັນດາ ການຊ້ອມຮົບ​ປະຈຳ​ປີ​ກັບ​ອາ​ເມ​ລິ​ກາ ​ແລະ ຖື​ວ່າ ການ​ກະທຳ​ນີ້​ຈະ​ຍູ້​ສາຍ​ພົວພັນ​ລະຫວ່າງ 2 ພາກ​ເກົາຫຼີ​ຕົກ​ເຂົ້າ​ສູ່​ໄລຍະ​ທີ່​ຊົວຮ້າຍ​ທີ່​ສຸດ. ຂ່າວສານ​ສູນ​ກາງ ສ.ປ.ປ.​ເກົາຫຼີ​ໄດ້​ຄັດ​ແຫຼ່ງຂ່າວ​ຊຶ່ງ​ໃຫ້​ຮູ້​ວ່າ ການຊ້ອມຮົບ​ປະຈຳ​ປີ​ລະຫວ່າງ​ສ.​ເກົາຫຼີ-​ອາ​ເມ​ລິ​ກາທີ່​ມີ​ຊື່ວ່າ : “ ຜູ້​ປົກ​ປັກ​ຮັກສາ​ເສລີພາບ Ulchi  ​ແມ່ນ​ການ​ຊ້ອມ​ຮົບ​ເພື່ອ​ສົງຄາມ​ນິວ​ເຄຼຍທີ່​ເປັນ​ອັນຕະລາຍ​ທີ່​ສຸດ​ຕໍ່ ສ.ປ.ປ.​ເກົາຫຼີ , ມຸ່ງ​ໄປ​ສູ່​ການ​ບຸກ​ໂຈມ​ຕີ ສ.ປ.ປ.​ເກົາຫຼີ​ດ້ວຍ​ນິວ​ເຄຼຍຄັ້ງ​ທິດ​ອິດ. ສ່ວນ​ພຽງ​ຢາງ​ໄດ້​ຮຽກຮ້ອງ​ໃຫ້​ເຊີ​ອູ​ນ ຍົກ​ອອກ​ທັດສະນະ​ທີ່​ຈະ​ແຈ້ງ​ກ່ຽວ​ກັບ​ເລື່ອງ​ເລືອກ​ເອົາ​ສົນທະນາ​ຫຼື​ສູ້​ຢັນ​ກັນ. 

ຂ່າວ/ບົດ​ອື່ນ