ສປປເກົາຫຼີຮຽກຮ້ອງຊຸກຍູ້ການພົວພັນລະຫວ່າງ2ພາກເກົາຫຼີ

ສປປເກົາຫຼີຮຽກຮ້ອງຊຸກຍູ້ການພົວພັນລະຫວ່າງ2ພາກເກົາຫຼີ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 15/6, ສ​ປ​ປ ເກົາຫຼີ ຖະ​ແຫຼງວ່າ​ໄດ້​ກຽມ​ພ້ອມ​ເຈ​ລະ​ຈາ​ກັບ ສ ເກົາຫຼີ ເພື່ອ​ແນ​ໃສ່​ຊຸກ​ຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ປອງດອງລະ​ຫວ່າງ 2 ຝ່າຍ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້ ສ. ເກົາຫຼີ ປະ​ຕິ​ບັດ​ບັນ​ດາ​ຖະ​ແຫຼງ​ການ​ຮ່ວມ​ໂດຍ​ການ​ນຳ 2 ປະ​ເທດ​ເຫັນ​ດີ​ເປັນ​ເອ​ກະ​ສັນ. ຖະ​ແຫຼງ​ການ​ຂອງ​ພຽງ​ຢາງ ໂດຍ​ສຳ​ນັກ​ຂ່າວ​ສານ​ສູນ​ກາງ ສປ​ປ ເກົາຫຼີ (KCNA) ປະ​ກາດ, ຖື​ວ່າ ຖ້າ​ຫາກ​ມີ​​ຄວາມ​ເຊື່ອ​ໝັ້ນ ແລະ ປອງ​ດອງ​ໄດ້​ຮັບ​ການ​ສ້າງ​ຕັ້ງ ແລະ ເຊີ​ອູນ ຢຸດ​ຕິ​ບັນ​ດາ​ການ​ກະ​ທຳ​ເກາະ​ຜິດ ພຽງ​ຢາງ, ລົບ​ລ້າງ​ບັນ​ດາ​ປັດ​ໄຈ​ກໍ່​ຄວາມ​ກີດ​ຂວາງ​ໃຫ້​ແກ່​ເລື່ອງ​ສຳ​ພັດ ແລະ ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງ 2 ພາກ, 2 ພາກ​ເກົາຫຼີ ຈະ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ ແລະ ເຈ​ລະ​ຈາ​​ນ​ຳ​ກ​ັນ. ສ​ປ​ປ ເກົາຫຼີ ກໍ່​ຮຽກ​ຮ້ອງ​ໃຫ້ ສ ເກົາຫຼີ ຢຸດ​ຕິ​ບັນ​ດາ​ການ​ຊ້ອມ​ຮົບ​ຮ່ວມ​ກັບ ອາ​ເມ​ລິ​ກາ ແລະ ຖ​ື​ວ່າ: ການ​ພົວ​ພັນ​ລະ​ຫວ່າງ 2 ພາກ​ເກົາຫຼີ ບໍ່​ສາ​ມາດ​​ໄດ້​ຮັບ​ການ​ປັບ​ປຸງ ກໍ່​ຄື​ໄພ​ນາບ​ຂູ່​ຈາກ​ສົງ​ຄາມ​ນິວ​ເຄຼຍ​ທີ່ບໍ່​ສາ​ມາດ​ແກ້​ໄຂ​ໄດ້ ​ຖ້າ​ຫາກບັນ​ດາ​ການ​ຊ້ອມ​ຮົບ​ຄື​ແນວນັ້​ນ ແລະ ການ​ກະ​ທຳ​ເກາະ​ຜິດ​ຍັງ​ຄົງ​ສືບ​ຕໍ່​ເກີດ​ຂຶ້ນ.


ຂ່າວ/ບົດ​ອື່ນ