ສ​ປ​ປ.ເກົາຫຼີ​ເນັ້ນ​ໜັ້ກ ເຖິງ​ສິດ​ປ້ອງ​ກັນ​ຕົວ​ໃນ​ບັນ​ດາ​ເຫດ​ທົດ​ລອງ ລູກ​ສອນ​ໄ​ຟ

(VOVWORLD) - ວັນທີ 7 ຕຸລາ, ສປປ.ເກົາຫຼີ ຖືວ່າ ກອງປະຊຸມຂອງ ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບການກຳນົດຈະຈັດຂຶ້ນໃນວັນທີ 8 ຕຸລາ ເຊິ່ງກ່ຽວຂ້ອງເຖິງເຫດທົດລອງ ລູກສອນໄຟນຳວິຖີຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ ໃນວັນທີ 3 ຕຸລາ ແມ່ນ “ອັນຕະລາຍ” ແລະ ຈະເຮັດໃຫ້ເພີ່ມຂຶ້ນ “ຄວາມຫວັງຢາກປ້ອງກັນສິດ” ຂອງ ພຽງຢາງຂຶ້ນ. ວັນທີ 7 ຕຸລາ.
ສ​ປ​ປ.ເກົາຫຼີ​ເນັ້ນ​ໜັ້ກ ເຖິງ​ສິດ​ປ້ອງ​ກັນ​ຕົວ​ໃນ​ບັນ​ດາ​ເຫດ​ທົດ​ລອງ ລູກ​ສອນ​ໄ​ຟ - ảnh 1ເຫດທົດລອງລູກສອນໄຟຂອງ ສປປ.ເກົາຫຼີຢູ່ ເຂດອ່າວ  Wonsan ໃນວັນທີ 2 ຕຸລາ 2019 (ພາບ: TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວ ຢູ່ ນິວຢອກ (ອາເມລິກາ), ທ່ານ Kim Song ເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳ ສປຊ ຖືວ່າ “ຢູ່ເບື້ອງຫຼັງນັ້ນແມ່ນ ການກະທຳທີ່ບໍ່ປອດໃສ” ຂອງ 3 ປະເທດ ອັງກິດ, ຝລັ່ງ, ເຢຍລະມັນ ແລະ ກອງປະຊຸມຈະບໍ່ໄດ້ຮັບການຈັດຂຶ້ນຖ້າຫາກວ່າ ບໍ່ມີຄວາມເຫັນດີຈາກອຳນາດການປົກຄອງທ່ານ Donald Trump ປະທານາທິບໍດີ ອາເມລິກາ. ທ່ານ Kim Song ເນັ້ນໜັກວ່າ ເຫດຍິງທົດລອງ ລູກສອນໄຟຄັ້ງຫຼ້າສຸດຢູ່ເຂດທະເລ ອ່າວ Wonsan ແມ່ນໜຶ່ງໃນບັນດາ “ມາດຕະການປ້ອງກັນຕົວເອງ” ຂອງ ສປປ.ເກົາຫຼີ ແລະ “ມັນບໍ່ແມ່ນໄພນາບຂູ່ເຖິງຄວາມໝັ້ນຄົງຕໍ່ບັນດາປະເທດບ້ານໃກ້ເຮືອນຄຽງ”. ທ່ານກໍ່ຖະແຫຼງວ່າ ສປປ.ເກົາຫຼີຈະບໍ່ຍອມຮັບ ບໍ່ວ່າກອງປະຊຸມໃດໆຂອງ ສະພາຄວາມໝັ້ນຄົງ ສປຊ ທີ່ເຕື້ອງເຖິງ ບັນດາມາດຕະການປ້ອງກັນຕົວ ຂອງ ສປປ.ເກົາຫຼີ ແລະ ທ່ານຈະບໍ່ເຂົ້າຮ່ວມກອງປະຊຸມໃນວັນທີ 8 ຕຸລານີ້.

ຕອບກັບ

ຂ່າວ/ບົດ​ອື່ນ