ສົມທົບການປະຕິບັດງານລະຫວ່າງກະຊວງການຕ່າງປະເທດ ແລະ ກະຊວງພາຍໃນ

(VOVWORLD) -ຕອນບ່າຍວັນທີ 17 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ແລະ ທ່ານລັດຖະມົນຕີກະຊວງພາຍໃນ ເລຫວີງເຕີນ ເປັນປະທານຮ່ວມກອງປະຊຸມກ່ຽວກັບວຽກງານສົມທົບກັນລະຫວ່າງ 2 ກະຊວງໃນຊຸມປີຜ່ານມາ, ກຳນົດທິດການຮ່ວມມືໃນໄລຍະຈະມາເຖິງ.
ສົມທົບການປະຕິບັດງານລະຫວ່າງກະຊວງການຕ່າງປະເທດ ແລະ ກະຊວງພາຍໃນ - ảnh 1ທ່ານ ຟ້າມບີງມິງ ແລະ ທ່ານ ເລຫວີງເຕີນ ເປັນປະທານຮ່ວມກອງປະຊຸມກ່ຽວກັບວຽກງານສົມທົບກັນລະຫວ່າງ 2 ກະຊວງ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມິງ ເນັ້ນໜັກວ່າ: 2 ກະຊວງຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການເສີມຂະຫຍາຍຄຸນຄ່າບັນດາມໍລະດົກໂລກ ແລະ ສຳເນົາເອກະສານແຫ່ງຊາດຢູ່ພາຍໃນປະເທດ ແລະ ຕ່າງປະເທດ. ກ່ຽວກັບວຽກງານຍ້ອງຍໍການພົວພັນຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມິງ ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງ 2 ກະຊວງ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຍ້ອງຍໍຊົມເຊີຍໃຫ້ໝູ່ຄະນະ, ສ່ວນບຸກຄົນເປັນຊາວຕ່າງປະເທດ ທີ່ມີການປະກອບສ່ວນໃຫ້ແກ່ການພົວພັນກັບ ຫວຽດນາມ, ພ້ອມທັງ ພິຈາລະນາຄວາມສາມາດເພີ່ມເຕີມບັນດາຮູບການຍ້ອງຍໍຊັ້ນສູງໃຫ້ບັນດາໝູ່ຄະນະ, ສ່ວນບຸກຄົນເປັນຊາວຕ່າງປະເທດທີີ່ມີການປະກອບສ່ວນສຳຄັນພິເສດເຂົ້າໃນການຊຸກຍູ້ ແລະ ເປີດກ້ວາງການພົວພັນຂອງ ຫວຽດນາມ ກັບໂລກ.

        2 ກະຊວງໄດ້ເຫັນດີເປັນເອກະພາບຈະສົມທົບກັນຢ່າງແໜ້ນແຟ້ນໃນວຽກງານກໍ່ສ້າງອົງການຈັດຕັ້ງ, ກົງຈັກ ແລະ ການບັນຈຸ, ຍົກສູງຄຸນນະພາບພະນັກງານຂອງກະຊວງການຕ່າງປະເທດ ແລະ ບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳຕ່າງປະເທດ ເພື່ອທັງຕອບສະໜອງໜ້າທີ່ການທູດທີ່ນັບມື້ນັບໜັກໜ່ວງ, ທັງປະຕິບັດໃຫ້ຖືກຕ້ອງຕາມແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດກ່ຽວກັບການເຮັດໃຫ້ກົງຈັກໃຫ້ກະທັດລັດ, ຫລຸດຜ່ອນການບັນຈຸ, ຮັບປະກັນປະສິດທິພາບ, ປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ