ສົມ​ທົບ​ລະ​ຫວ່າງ​ບົດ​ຮຽນ ກັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ເພື່ອ​ພັດ​ທະ​ນາ​ກະ​ສິ​ກຳ

(VOVWORLD) -ຕອນເຊົ້າວັນທີ 17 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມເຫດການ “ການເດີນທາງເລີ່ມຕົ້ນທຸລະກິດ ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ວັນບຸນວຽກເຮັດງານທຳຢູ່ VNUA  - 2022” ໂດຍສະຖາບັນກະສິກຳ ຫວຽດນາມຈັດຂຶ້ນຢູ່ຮ່າໂນ້ຍ.
ສົມ​ທົບ​ລະ​ຫວ່າງ​ບົດ​ຮຽນ ກັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ເພື່ອ​ພັດ​ທະ​ນາ​ກະ​ສິ​ກຳ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:  TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ການພັດທະນາກະສິກຳ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນທີ່ສຸດ ໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ກະສິກຳໄດ້, ພວມ ແລະ ຍາມໃດກໍ່ແມ່ນເສົາຄ້ຳສຳຄັນຂອງພື້ນຖານເສດຖະກິດ, ປະກອບສ່ວນເຂົ້າໃນການຮັກສາຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ. ທ່ານນາຍົກລັດຖະມົນຕີ ຖືວ່າ ສຳລັບປະເທດ 1  “ໂດຍຖືການຜະລິດກະສິກຳເປັນກົກເຄົ້າ” ຄື ຫວຽດນາມ, ການເລີ່ມຕົ້ນທຸລະກິດກະສິກຳ ຕ້ອງອີງໃສ່ 3 ເສົາຄ້ຳນັ້ນແມ່ນ: ບຳລຸງສ້າງຍົກສູງກຳລັງຄວາມສາມາດເລີ່ມຕົ້ນທຸລະກິດ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ໜູນຊ່ວຍທຶນກຸ້ຢືມ ແລະ ນິຕິກຳໃຫ້ແກ່ຊາວໜຸ່ມ ແລະ ຜູ້ຢາກເລີ່ມຕົ້ນທຸລະກິດ. ນີ້ແມ່ນຂັ້ນຕອນບຸກທະລຸກໃຫ້ແກ່ການພັດທະນາກະສິກຳ ແລະ ກໍ່ສ້າງຊົນນະບົດໃໝ່.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ເຮັດວຽກກັບພະນັກງານຫຼັກແຫຼ່ງ, ນັກຊ່ຽວຊານ, ນັກວິທະຍາສາດ ຂອງສະຖາບັນກະສິກຳ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ