ສື່ມວນຊົນ ກຳປູເຈຍ ຕີລາຄາສູງກຸ່ມບໍລິສັດ ຮ່ວາງແອງຢາລາຍ

ສື່ມວນຊົນ ກຳປູເຈຍ ຕີລາຄາສູງກຸ່ມບໍລິສັດ ຮ່ວາງແອງຢາລາຍ - ảnh 1
ພາບປະກອບ

(vovworld) – ອາທິດ​ຜ່ານ​ມາ, ສື່​ມວນ​ຊົນ ກຳປູ​ເຈຍ ​ໄດ້​ອອກຫຼາຍ​ຂ່າວ, ບົດ​ທີ່​ສ່ອງ​ແສງ​ການ​ເຄື່ອນ​ໄຫວ​ລົງທຶນ​ພັດທະນາ​ວົງ​ຄະນະ​ຍາດ​ຂອງ​ກຸ່ມ​ບໍລິສັດ ຮ່ວາງ​​ແອ​ງຢາ​ລາຍ​ຂອງ ຫວຽດນາມ ຢູ່​ແຂວງ Ratanakiri, ບ່ອນ​ທີ່​ກຸ່ມ​ບໍລິສັດ​ດັ່ງກ່າວ​ພວມ​ມີ​ໂຄງການ​ລົງທຶນ​ໃນ​ຂົງ​ເຂດ​ປູກຄໍ້ ​ແລະ ​​ຢາງ​ພາລາ. ໜັງສືພິມ​ໃຫຍ່ 3 ສະບັບ​ຂອງ​ກຳປູ​ເຈຍ ​ຄື: ​ແສງ​ສະຫວ່າງ ກຳປູ​ເຈຍ, ກຳປູ​ເຈຍ ​ໃໝ່, ​ເກາະ​ສັນຕິພາບ ລ້ວນ​ແຕ່​ມີ​ບົດ ​ແລ​ະພາບ​ກ່ຽວ​ກັບ​ຄະນະ​ທ່ານໝໍ​ໂຮງໝໍ​ມະຫາວິທະຍາ​ໄລການ​ຢາ ຮ່ວາງ​ແອ​ງຢາ​ລາຍ ກວດພະຍາດ, ປິ່ນປົວ​ພະຍາດ​ໂດ​ຍບໍ່​ເສຍ​ຄ່າ ​ແລະ ມອບ​ຂອງຂວັນ​ໃຫ້​ປະຊາຊົນ​ເມືອງ Koun Mom, ​​ແຂວງ Ratanakiri ​ໃນ​ວັນ​ທີ 1/6 ຜ່ານ​ມາ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເປີດ​ສາກ​ໃຫ້​​ໂຄງການ “ລົງທຶນ​ພັດທະນາ​ວົງ​ຄະນະ​ຍາ​ດ” ຂອງ​ກຸ່ມ​ບໍລິສັດ ຮວາງ​ແອ​ງຢາ​ລາຍ ຢູ່​​ແຂວງ Ratanakiri, ດ້ວຍ​ຍອດ​ມູນ​ຄ່າ​ປະມານ 10 ລ້ານ USD. ຊ່ອງ​ໂທລະພາບ​ໃຫຍ່​ຈຳນວນ​ໜຶ່ງ​ກຳປູ​ເຈຍ ຄື: Bayon, TV, CNC.​.​.​ ກໍ່​ໄດ້​ໃຫ້​ຂ່າວ ​ແລະ ບົດ​ສາລະ​ຄະດີ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ລົງທຶນ ​ແລະ ຜັນ​ຂະຫຍາຍ​ໂຄງການ“ລົງທຶນ​ພັດທະນາ​ວົງ​ຄະນະ​ຍາ​ດ” ຂອງ​ກຸ່ມ​ບໍລິສັດ ຮວາງ​ແອ​ງຢາ​ລາຍ ຢູ່ກຳ​ປູ​ເຈຍ.

ຂ່າວ/ບົດ​ອື່ນ