ສື່ມວນ​ຊົນ ປະ​ຕິ​ວັດ ຫວຽດນາມ ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່ ຢ່າງ​ໝັ້ນ​ແກ່ນ ດ້ວຍ​ຄວາມຄາດ​ຫວັງ​ປ່ຽນ​ແປງ​ໃໝ່

(VOVWORLD) - ວັນບຸນສື່ມວນຊົນທົ່ວປະເທດ ຄັ້ງນີ້, ສື່ມວນຊົນປະຕິວັດ ຫວຽດນາມ ຈະກ້າວເຂົ້າສູ່ໄລຍະໃໝ່ຢ່າງໝັ້ນແກ່ນດ້ວຍຄວາມຄາດຫວັງປ່ຽນແປງໃໝ່ ແລະ ພາລະກິດອັນສູງສົ່ງ ນັ້ນແມ່ນຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ.
ສື່ມວນ​ຊົນ ປະ​ຕິ​ວັດ ຫວຽດນາມ ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່ ຢ່າງ​ໝັ້ນ​ແກ່ນ ດ້ວຍ​ຄວາມຄາດ​ຫວັງ​ປ່ຽນ​ແປງ​ໃໝ່ - ảnh 1ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ກ່າວຄຳເຫັນໄຂວັນບຸນ (ພາບ: VOV)

ດ້ວຍຫົວຂໍ້ “ສື່ມວນຊົນ ຫວຽດນາມ - ຈົ່ງຮັກພັກດີ, ມີຫົວຄິດປະດິດສ້າງ, ຄຸນວຸດທີ, ປ່ຽນແປງໃໝ່ເພື່ອພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ”, ວັນບຸນສື່ມວນຊົນ ທົ່ວປະເທດປີ 2025 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 19 ມິຖຸນາ, ຢູ່ສູນກອງປະຊຸມແຫ່ງຊາດ. ເຫດການແມ່ນການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ (19/8/1945 – 19/8/2025), ແລະ ວັນຊາດ ສສ. ຫວຽດນາມ Nam (2/9/1945 – 2/9/2025), ຂ່ຳນັບຮັບຕ້ອນການສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ(19/5/1890 – 19/5/2025), 75 ປີແຫ່ງວັນສ້າງຕັ້ງສະມາຄົມນັກຂ່າວ ຫວຽດນາມ(21/4/1950 – 21/4/2025)  ແລະ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925 – 21/6/2025).

ເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂວັນບຸນສື່ມວນຊົນ, ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ຢັ້ງຢືນວັນບຸນສື່ມວນຊົນທົ່ວປະເທດປີ 2025 ມີຄວາມໝາຍສຳຄັນພິເສດ ເມື່ອໄດ້ຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ, ຄົບຮອບ 1 ສະຕະວັດ ນັບແຕ່ເວລາໜັງສືພິມປະຕິວັດ ສະບັບທຳອິດຂອງ ຫວຽດນາມ ນັ້ນແມ່ນໜັງສືພິມ ແທັງນຽນ ໂດຍປະທານໂຮ່ຈີມິນສ້າງຕັ້ງຂຶ້ນ. ເນັ້ນໜັກເຖິງການພັດທະນາໂດຍໄວຂອງເຕັກໂນໂລຢີໃນປັດຈຸບັນ ພວມສ້າງໂອກາດ ແລະ ສິ່ງທ້າທາຍສຳລັບພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ, ທ່ານ ຫງວຽນຈ້ອງເຫງ້ຍສະເໜີວ່າ:

ຕ້ອງຖືນະວັດຕະກຳເປັນກຳລັງໜູນ, ຖືເຕັກໂນໂລຢີເປັນເຄື່ອງມື ເພື່ອຍົກລະດັບສື່ມວນຊົນ ຫວຽດນາມ. ຍິ່ງໄປກວ່ານັ້ນ, ຕ້ອງກ້າຫານປ່ຽນແປງໃໝ່ຈາກພາຍໃນ, ປ່ຽນແປງຈິນຕະຍາການໃນການຊີ້ນຳສື່ມວນຊົນ, ປ່ຽນແປງຮູບແບບສຳນັກບັນນາທິການ, ປ່ຽນແປງວິທີການຜະລິດ ແລະ ສັບຊ້ອນເນື້ອໃນ, ປ່ຽນແປງການພົວພັນລະຫວ່າງສື່ມວນຊົນ ແລະ ມະຫາຊົນ.

ທ່ານ ຫງວຽນຈ້ອງເຫງ້ຍ ເຊື່ອໝັ້ນວ່າ ວັນບຸນສື່ມວນຊົນທົ່ວປະເທດ ຄັ້ງນີ້, ສື່ມວນຊົນປະຕິວັດ ຫວຽດນາມ ຈະກ້າວເຂົ້າສູ່ໄລຍະໃໝ່ຢ່າງໝັ້ນແກ່ນດ້ວຍຄວາມຄາດຫວັງປ່ຽນແປງໃໝ່ ແລະ ພາລະກິດອັນສູງສົ່ງ ນັ້ນແມ່ນຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ