ສື່ມວນ​ຊົນ ຢູ່​ແນວ​ໜ້າ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -“ສື່ມວນຊົນ ຢູ່ແນວໜ້າການປ້ອງກັນຕ້ານໂລກລະບາດໂຄວິດ - 19” ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາແບບທາງໄກ ໂດຍ ວາລະສານ ຜູ້ເຮັດວຽກງານການຂ່າວ (ສະມາຄົມນັກຂ່າວ ຫວຽດນາມ) ສົມທົບກັບ ກົມສື່ສານ ແລະ ການແຂ່ງຂັນຍ້ອງຍໍ (ກະຊວງສາທາລະນະສຸກ) ຈັດຂຶ້ນໃນວັນທີ 18 ກັນຍາ.
ສື່ມວນ​ຊົນ ຢູ່​ແນວ​ໜ້າ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ການໂອ້ລົມສົນທະນາແບບທາງໄກ “ສື່ມວນຊົນ ຢູ່ແນວໜ້າການປ້ອງກັນຕ້ານໂລກລະບາດໂຄວິດ - 19” 
(ພາບ: moit.gov.vn)

ການໂອ້ລົມສົນທະນາ ໄດ້ປະຕິບັດເພື່ອແນໃສ່ຍົກສູງປະສິດທິຜົນໃນວຽກງານໂຄສະນາ, ລະດົມກຳລັງໃຈ, ສົ່ງເສີມບັນດາ ຜູ້ເຮັດວຽກງານການຂ່າວ ຢູ່ແນວໜ້າໃນການປ້ອງກັນຕ້ານໂລກລະບາດໂຄວິດ - 19.

ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາໄດ້ປຶກສາຫາລື ກ່ຽວກັບທີ່ຕັ້ງບົດບາດຂອງ ສື່ມວນຊົນໃນການໂຄສະນາໃນໂລກລະບາດໂຄວິດ - 19, ແບ່ງປັນບັນດາເລື່ອງລາວທີ່ຕື້ນຕັນໃຈ ໃນວິວັດການປະຕິບັດວຽກງານຂອງ ນັກຂ່າວ ແລະ ການເຂົ້າຮ່ວມຢ່າງຂ້ຽວຂາດຂອງບັນດາ “ເລຂາຂອງຍຸກສະໄໝ” ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ພ້ອມກັນນັ້ນ, ບັນດາຜູ້ແທນໄດ້ເຮັດໃຫ້ແຈ້ງກວ່າບັນດາບົດຮຽນປະສົບການເພື່ອໃຫ້ມີບັນດາຜົນງານສື່ມວນຊົນ, ມີບັນດາບົດຂຽນວາດພາບເຖິງສະພາບການຕົວຈິງການດຳລົງຊີວິດຂອງປະຊາຊົນ. ການໂອ້ລົມສົນທະນາກໍ່ເຊີດຊູພາລະກຳ, ຄວາມຮັບຜິດຊອບຂອງສື່ມວນຊົນຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ສະເໜີຕ້ອງມີບັນດານະໂຍບາຍສຳລັບຖັນແຖວນັກຂ່າວ ທີ່ປະຕິບັດງານໃນໄລຍະເກີດໂລກລະບາດ, ປຶກສາຫາລື ເລື່ອງສື່ມວນຊົນຮ່ວມເດີນທາງກັບວິສາຫະກິດຜ່ານຜ່າໄລຍະວິກິດການຈາກໂລກລະບາດໂຄວິດ - 19 ໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ