ສື່ມວນຊົນ ອີຣານ: ຊຸກຍູ້ການພົວພັນ ຫວຽດນາມ - ອີຣານ ຢ່າງແຮງ

(VOVWORLD) - ທີ່ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃນຕອນຄ່ຳວັນທີ 8 ສິງຫາ, ທ່ານປະທານາທິບໍດີ ອີຣານ Ibrahim Raisi ໄດ້ເນັ້ນໜັກຄວາມສຳຄັນຂອງການຮັດແໜ້ນການພົວພັນຮ່ວມມືລະຫວ່າງ ອີຣານ ແລະ ຫວຽດນາມ ທັງຢູ່ພາກພື້ນ ແລະ ບົນເວທີສາກົນ
ສື່ມວນຊົນ ອີຣານ: ຊຸກຍູ້ການພົວພັນ ຫວຽດນາມ - ອີຣານ ຢ່າງແຮງ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານປະທານສະພາແຫ່ງຊາດ ອີຣານ Mohammad Beqer Qalibaf
(ພາບ: TTXVN)

ວັນທີ 9 ສິງຫາ, ບັນດາພາຫະນະສື່ມວນຊົນ ອີຣານ ສືບຕໍ່ໃຫ້ຫຼາຍຂ່າວ, ບົດກ່ຽວກັບການຢ້ຽມຢາມ ອີຣານ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ອີຣານ Mohammad Beqer Qalibaf.

        ດ້ວຍຫົວຂໍ້ “ອີຣານ ປາດຖະໜາຢາກມີການຮ່ວມມືສາກົນຢ່າງແໜ້ນແຟ້ນກັບ ຫວຽດນາມ ກ່ວາອີກ”, ບົດຂຽນໃນໜ້າຫຼັກດ້ວຍຫຼາຍພາສາຂອງສຳນັກຂ່າວສານ TASNIM, ໃຫ້ຮູ້ວ່າ: ທີ່ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃນຕອນຄ່ຳວັນທີ 8 ສິງຫາ, ທ່ານປະທານາທິບໍດີ ອີຣານ Ibrahim Raisi ໄດ້ເນັ້ນໜັກຄວາມສຳຄັນຂອງການຮັດແໜ້ນການພົວພັນຮ່ວມມືລະຫວ່າງ ອີຣານ ແລະ ຫວຽດນາມ ທັງຢູ່ພາກພື້ນ ແລະ ບົນເວທີສາກົນ.

        ໃນຂະນະນັ້ນ, ໂທລະພາບ Press TV ກໍ່ໄດ້ຄັດສະເໜີຄຳເວົ້າຂອງ ທ່ານປະທານາທິບໍດີ ອີຣານ Ibrahim Raisi ໂດຍເວົ້າວ່າ ການພັດທະນາການພົວພັນການຄ້າ ແລະ ເສດຖະກິດລະຫວ່າງສອງປະເທດ ຍັງບໍ່ທັນສົມກັບການພົວພັນດີງາມດ້ານການເມືອງເທື່ອ. ທ່ານປະທານາທິບໍດີ ອີຣານ Ibrahim Raisi ເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະແມ່ນບາດລ້ຽວສຳຄັນຊຸກຍູ້ການຮ່ວມມືເສດຖະກິດ ແລະ ການຄ້າລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາກ່ວາອີກ.

        ດ້ວຍຫົວຂໍ້ວ່າ “ທ່ານປະທານາທິບໍດີ ອີຣານ ຢັ້ງຢືນນ້ຳໃຈເອກະລາດ ແລະ ຄວາມປາດຖະໜາຢາກເປັນເຈົ້າຕົນເອງ ແມ່ນຄຸນຄ່າລວມລະຫວ່າງສອງຊາດ”, ບົດຂຽນດ້ວຍ 12 ພາສາຂອງສຳນັກຂ່າວສານ IRNA ໄດ້ຄັດສະເໜີບົດຄຳເຫັນສຳຄັນຂອງ ທ່ານປະທານາທິບໍດີ ອີຣານ Ibrahim Raisi ໃນການຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນ ຫວຽດນາມ ໃນຕອນຄ່ຳວັນທີ 8 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ