ສື່ມວນຊົນກຳປູເຈຍຍ້ອງຍໍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແລະການຮ່ວມມືຮອບດ້ານກັບຫວຽດນາມ

ສື່ມວນຊົນກຳປູເຈຍຍ້ອງຍໍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແລະການຮ່ວມມືຮອບດ້ານກັບຫວຽດນາມ - ảnh 1
​ທ່ານ​ນາຍົກລັດຖະມົນຕີລາຊະ​ອານາຈັກ​ກຳປູ​ເຈຍ
Samdech Techno Hun Sen ຢ້ຽມຢາມ ຫວຽດນາມ​ຢ່າງ​ເປັນ​ທາງ​ການ​


(vovworld) - ບັນດາ​ພາຫະນະ​ສື່​ມວນ​ຊົນ ກຳປູ​ເຈຍ ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມຢາມ ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ ໃນ​ລະຫວ່າງ​ວັນ​ທີ 20-21/12 ຂອງ​ທ່ານ​ນາຍົກລັດຖະມົນຕີລາຊະ​ອານາຈັກ​ກຳປູ​ເຈຍ Samdech Techno Hun Sen, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ. ໜັງສືພິມ​ລາຍ​ວັນ “Rasmei Kampuchea“ ລັດສະໝີ ກຳປູ​ເຈຍ​ ມີ​ບົດ​ຂຽນ “ກຳປູ​ເຈຍ ​ແລະ ຫວຽດນາມ​ສືບ​ຕໍ່​ພັດທະນາ​ສາຍ​ພົວພັນ​ມິດຕະພາບ, ມຸ່ງ​ໄປ​ເຖິງ​ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ“. ບົດ​ຂຽນ​ເນັ້ນ​ໜັກ​ວ່າ, ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ ກຳປູ​ເຈຍ - ຫວຽດນາມ. ປະຊາຊົນ ກຳປູ​ເຈຍ​ຈະ​ເປັນ​ເພື່ອນ​ມິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄຫຼ່​ກັບ​ປະຊາຊົນ ຫວຽດນາມ ຕະຫຼອດ​ໄປ. ກຳປູ​ເຈຍ ຈະ​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ ກຳປູ​ເຈຍ - ຫວຽດນາມ.

ສ່ວນ​ໜັງສືພິມ ກຳປູ​ເຈຍ​ໃໝ່ ກໍ່​ໄດ້​ລົງ​ພິມ​ເນື້ອ​ໃນ​ແຈ້ງ​ການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ກຳປູ​ເຈຍ ​ກ່ຽວ​ກັບ​ການ​ຢ້ຽມຢາມ ​ແລະ ພາກສ່ວນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລັດຖະບານ​ແຫ່ງ​ລາຊະ​ອານາຈັກ ກຳປູ​ເຈຍ, ​ໂດຍ​ທ່ານ​ນາຍົກລັດຖະມົນຕີ Hun Sen ນຳ​ໜ້າ. ບົດ​ໜັງສືພິມ​ເນັ້ນ​ໜັກ​ວ່າ, ນອກຈາ​ກການ​ຢ້ຽມຢາມ, ການ​ພົບ​ປະ ​ແລະ ​ເຈລະຈາ​ກັບ​ບັນດາ​ການ​ນຳ​ຂັ້ນ​ສູງ ຫວຽດນາມ, ​ທ່ານ​ນາຍົກລັດຖະມົນຕີ Hun Sen ຍັງ​ມີ​ການ​ພົບ​ປະ​ກັບ​ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ, ການ​ນຳ​ນະຄອນ ​ໂຮ່ຈີ​ມິນ, ບັນດາ​ນັກຮົບ​ເກົ່າ ຫວຽດນາມ ພ້ອມດ້ວຍ​ຄອບຄົວ​ອີກ.

 

ຂ່າວ/ບົດ​ອື່ນ