ສື່ມວນຊົນຄວນຖືເປັນສຳຄັນລັກສະນະພາວະວິໄສ, ຊື່ກົງໃນການຂຸດຄົ້ນ, ກຳຈັດຂໍ້ມູນຂ່າວກ່ຽວກັບການສໍ້ລາດບັງຫລວງ, ການຟຸມເຟືອຍ

(VOVWORLD) - ຕອນຄ່ຳວັນທີ 15 ສິງຫາ, ທີ່ຮ່າໂນ້ຍ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ສະມາຄົມນັກຂ່າວ ຫວຽດນາມ, ສະຖານີໂທລະພາບ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງພິທີມອບລາງວັນສື່ມວນຊົນທົ່ວປະເທດ “ສື່ມວນຊົນສຳລັບວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ” ຄັ້ງທີ 2 ປີ 2018 – 2019. 
ສື່ມວນຊົນຄວນຖືເປັນສຳຄັນລັກສະນະພາວະວິໄສ, ຊື່ກົງໃນການຂຸດຄົ້ນ, ກຳຈັດຂໍ້ມູນຂ່າວກ່ຽວກັບການສໍ້ລາດບັງຫລວງ, ການຟຸມເຟືອຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ

ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ບັນດາຜະລິດຕະພັນສື່ມວນຊົນທີ່ເຂົ້າຮ່ວມການຊີງລາງວັນສື່ມວນຊົນໃນປີນີ້ ແມ່ນໄດ້ໃກ້ຊິດຕິດແທດການຊີ້ນຳນຳພາຂອງພັກ, ການຄຸ້ມຄອງ, ການບໍລິຫານຂອງລັດຖະບານ, ໄດ້ສ່ອງແສງເຖິງສະພາບຕົວຈິງແຫ່ງການປ່ຽນແປງໃໝ່ຂອງປະເທດຊາດຢ່າງມີຊີວິດຊີວາ ແລະ ອຸດົມສົມບູນ, ເປັນຕົ້ນແມ່ນການຕໍ່ສູ້ປ້ອງກັນຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້, ການຟຸມເຟືອຍຢ່າງຂ້ຽວຂາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ບັນລຸໄດ້ໝາກຜົນດັ່ງກ່າວ ແມ່ນຕ້ອງເວົ້າເຖິງບົດບາດສຳຄັນຂອງແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງມະຫາຊົນ, ບັນດາອົງການສື່ມວນຊົນ, ພິເສດແມ່ນບັນດາຜູ້ທີ່ເຮັດວຽກງານສື່ມວນຊົນ. ບັນດາອົງການສື່ມວນຊົນໄດ້ມີຂ່າວ, ບົດຫລາຍຢ່າງທີ່ສ່ອງແສງເຖິງບັນດາບັນຫາເຄັ່ງຮ້ອນ, ເກີດຂຶ້ນເຊິ່ງປະຊາຊົນມີຄວາມສົນໃຈ. ຕໍ່ສູ້ກັບບັນດາປະກົດການສໍ້ລາດບັງຫລວງ, ການຟຸມເຟືອຍ, ໄພຫຍໍ້ທໍ້, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດສັງຄົມຢ່າງມີໄຊ, ປະກອບສ່ວນສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ມີຄວາມໂປ່ງໃສ, ຍົກສູງຮູບພາບ ແລະ ທີ່ຕັ້ງບົດບາດຂອງປະເທດຊາດໃນປະຊາຄົມສາກົນ.

        ທີ່ພິທີ, ຄະນະຈັດຕັ້ງລາງວັນໄດ້ມອບລາງວັນ A, 4 ລາງວັນ; ລາງວັນ B, 9 ລາງວັນ; ລາງວັນ C, 10 ລາງວັນ; ແລະ ລາງວັນຊົມເຊີຍ 12 ລາງວັນໃຫ້ບັນດານັກປະພັນ, ກຸ່ມນັກປະພັນ.

ຕອບກັບ

ຂ່າວ/ບົດ​ອື່ນ