ສື່ມວນຊົນຄວນປະຕິບັດຈິດໃຈເຄົາລົບນັບຖືປະຊາຊົນ, ເຂົ້າໃຈປະຊາຊົນ

(VOVWORLD) - ເນື່ອງໃນໂອກາດສະເຫລີມສະຫລອງ 92 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925-21/6/2017), ຕອນບ່າຍວັນທີ 18 ມິຖຸນາ ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບຜູ້ຕາງຫນ້າສະມາຄົມນັກຂ່າວຫວຽດນາມ ແລະ ຜູ້ຕາງຫນ້າປະຊາຄົມວິສາຫະກິດ.
ສື່ມວນຊົນຄວນປະຕິບັດຈິດໃຈເຄົາລົບນັບຖືປະຊາຊົນ, ເຂົ້າໃຈປະຊາຊົນ - ảnh 1 ການພົບປະໃນຕອນບ່າຍວັນທີ 18 ມິຖຸນາ

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ພັກ ແລະ ລັດຍາມໃດກໍຖືເປັນສຳຄັນບົດບາດຂອງສື່ມວນຊົນ, ສ້າງຄວາມສະດວກຫລາຍຢ່າງເພື່ອໃຫ້ສື່ມວນຊົນປະຕິບັດພາລະຫນ້າທີ່ຂອງຕົນເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງສື່ມວນຊົນ ແລະ ວິສາຫະກິດ ໄດ້ຮ່ວມເດີນທາງນຳກັນໃນໄລຍະຜ່ານມາ.

        “ພ້ອມກັບສື່ມວນຊົນ, ພວກຂ້າພະເຈົ້າຕີລາຄາສູງບົດບາດຂອງວິສາຫະກິດໃນການເຊື່ອມໂຍງເຂົ້າກັບເສດຖະກິດໂລກ, ຍາມໃດກໍ່ເອົາໃຈໃສ່, ສະຫນັບສະຫນູນ ແລະ ສ້າງເງື່ອນໄຂໃຫ້ແກ່ສື່ມວນຊົນ ແລະ ວິສາຫະກິດພັດທະນາ. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ສື່ມວນຊົນ ແລະ ວິສາຫະກິດ ຍາມໃດກໍ່ແມ່ນເພື່ອນຮ່ວມເດີນທາງບົນເສັ້ນທາງການເຊື່ອມໂຍງ, ເພື່ອພາລະກິດພັດທະນາຂອງຕົນ ແລະ ວັດທະນາຖາວອນຂອງປະເທດຊາດ.”

        ທ່ານນາຍົກລັດຖະມົນຕີເນັ້ນຫນັກຢ່າງແຮງເຖິງເລື່ອງສື່ມວນຊົນຕ້ອງຮັບຟັງຄຳເຫັນແລະສ່ອງແສງທຸກສິ່ງໃນຊີວິດ.

        “ພວກຂ້າພະເຈົ້າສະເຫນີໃຫ້ສື່ມວນຊົນຄວນປະຕິບັດຈິດໃຈເຄົາລົບນັບຖືປະຊາຊົນ, ໃກ້ຊິດຕິດແທດກັບປະຊາຊົນ, ເຂົ້າໃຈປະຊາຊົນ, ມີຄວາມຮັບຜິດຊອບຕໍ່ປະຊາຊົນ ເພື່ອສ່ອງແສງຄວາມມຸ້ງມາດປາດຖະຫນາ, ຄວາມເຫັນຂອງປະຊາຊົນຢ່າງທັນການ, ເຜີຍແຜ່ຂໍ້ມູນຂ່າວຢ່າງແທດຈິງ ແລະ ເໝາະສົມກັບປະຊາຊົນ.”

        ທ່ານນາຍົກລັດຖະມົນຕີມີຄວາມເຊື່ອໝັ້ນວ່າ ດ້ວຍພູມປັນຍາ, ຄວາມສຸດຈິດສຸດໃຈ, ຄວາມຊື່ຕົງ, ຈິດໃຈກ້າຫານ, ບັນດານັກຂ່າວຈະຜ່ານຜ່າສິ່ງທ້າທາຍເພື່ອສ່ອງແສງຂໍ້ຂາດຕົກບົກຜ່ອງ, ຕໍ່ສູ້, ກ່າວປະນາມບັນດາການກະທຳລະເມີດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ