ສື່ມວນຊົນຄວນຮັກສານ້ຳໃຈປະຕິວັດ

(VOVWORLD) -ບັນດາຜະລິດຕະພັນສື່ມວນຊົນຂອງ VOV ທີ່ຍາດໄດ້ລາງວັນໃນຄັ້ງນີ້ໄດ້ສ່ອງແສງເຖິງບັນດາແງ່ມູມໃໝ່, ຫຼາຍບັນຫາກ່ຽວກັບບັນດາບັນຫາເສດຖະກິດ - ສັງຄົມ.
ສື່ມວນຊົນຄວນຮັກສານ້ຳໃຈປະຕິວັດ - ảnh 1 (ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ)

ຕອນຄ່ຳວັນທີ 21 ມິຖຸນາ, ກ່າວຄຳເຫັນທີ່ພິທີມອບລາງວັນສື່ມວນຊົນລະດັບຊາດຄັ້ງທີ 14, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ສື່ມວນຊົນຄວນຮັກສານ້ຳໃຈປະຕິວັດ, ຮັກສາຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ ແລະ ລັດ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ພັກ ແລະ ລັດ ຍາມໃດກໍ່ເຄົາລົບການປະກອບສ່ວນຂອງຜູ້ເຮັດວຽກງານສື່ມວນຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ເນັ້ນໜັກວ່າ.

        “ສື່ມວນຊົນຄວນຮັກສານ້ຳໃຈປະຕິວັດ, ຮັກສາຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ, ປະກອບສ່ວນສ້າງຄວາມເຫັນດີເຫັນພ້ອມ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງສັງຄົມ, ປຸກລຸກນ້ຳໃຈຮັກຊາດ ແລະ ຈິດໃຈສາມັກຄີທົ່ວປວງຊົນທັງຊາດ, ພ້ອມກັບປະຕິບັດເປົ້າໝາຍ, ຄວາມມຸ່ງຫວັງຫວຽດນາມ ຍິ່ງໃຫຍ່ເຂັ້ນແຂງ, ວັດທະນາຖາວອນໃນປີ 2045. ພ້ອມກັນນັ້ນ, ສື່ມວນຊົນຍັງໄດ້ປະກອບສ່ວນເຂົ້າໃນການກຳນົດແນວຄວາມຄິດ, ປະກອບສ່ວນຍົກສູງຄວາມຮູ້ໃຫ້ແກ່ປະຊາຊົນ, ຮັກສາສີສັນ, ພັດທະນາວັດທະນະທຳ ແລະ ຊາວຫວຽດນາມ”.

ສື່ມວນຊົນຄວນຮັກສານ້ຳໃຈປະຕິວັດ - ảnh 2 (VOV ໄດ້ຮັບລາງວັນ A 1 ລາງວັນ; ລາງວັນ B 2 ລາງວັນ; ລາງວັນ C 4 ລາງວັນ; ລາງວັນຊົມເຊີຍ 1 ລາງວັນ)

ທີ່ພິທີສະຫຼຸບ ແລະ ມອບລາງວັນສື່ມວນຊົນລະດັບຊາດຄັ້ງທີ 14, ໄດ້ມອບລາງວັນ A 9 ລາງວັນ, ລາງວັນ B 21 ລາງວັນ, ລາງວັນ C 41 ລາງວັນ ແລະ ລາງວັນຊົມເຊີຍ 32 ລາງວັນ.

        ໃນປະເພດກະຈາຍສຽງ, VOV ໄດ້ຮັບລາງວັນ A 1 ລາງວັນ; ລາງວັນ B 2 ລາງວັນ; ລາງວັນ C 4 ລາງວັນ; ລາງວັນຊົມເຊີຍ 1 ລາງວັນ. ບັນດາຜະລິດຕະພັນສື່ມວນຊົນຂອງ VOV ທີ່ຍາດໄດ້ລາງວັນໃນຄັ້ງນີ້ໄດ້ສ່ອງແສງເຖິງບັນດາແງ່ມູມໃໝ່, ຫຼາຍບັນຫາກ່ຽວກັບບັນດາບັນຫາເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ