ສື່ມວນຊົນຍີ່ປຸ່ນຕີລາຄາສູງຕໍ່ການຢ້ຽມຢາມ ຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

(VOVWORLD) -ຕອນຄໍ່າວັນທີ 6 ຕຸລາ, ສໍານັກຂ່າວສານ Kyodo, ໜັງສືພິມເອເລັກໂຕນິກ Nikkei  ແລະ ໜັງສືພິມເອເລັກໂຕນິກ Tokyo Shinbun ໄດ້ລົງບົດຕອບສໍາພາດຕໍ່ນັກຂ່າວ ຍີ່ປຸ່ນ ຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ແມ່ນໍ້າຂອງ - ຍີ່ປຸ່ນ ຄັ້ງທີ 10  ແລະ ຢ້ຽມຢາມຍີ່ປຸ່ນ.

ສື່ມວນຊົນຍີ່ປຸ່ນຕີລາຄາສູງຕໍ່ການຢ້ຽມຢາມ ຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ  - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ:TTXVN)

ບົດຂຽນມີຫົວຂໍ້ວ່າ “ຫວຽດນາມ ສະແດງຄວາມມຸ່ງມາດປາດຖະໜາຢາກ ຍີ່ປຸ່ນ ຈະສືບຕໍ່ສະແດງບົດບາດໃນບັນຫາທະເລຕາເວັນອອກ”, ສໍານັກຂ່າວສານ Kyodo ໄດ້ຄັດສະເໜີຄໍາກ່າວປາໄສຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານ ເວົ້າວ່າ: ຍີ່ປຸ່ນ ມີທັດສະນະລວມຄືກັນກັບ ຫວຽດນາມ ແລະ ໄດ້ມີການປະກອບສ່ວນເຂົ້າໃນການຮັບປະກັນເຂດທະເລຕາເວັນອອກ ໃຫ່ມີຄວາມສັນຕິພາບ ແລະ ສະຖຽນລະພາບ. ກໍ່ກ່ຽວຂ້ອງເຖິງເລື່ອງເພີ່ມຈໍານວນຜູ້ເຂົ້າຮ່ວມສັນຍາ CPTPP  ພາຍຫຼັງ ອາເມລິກາ ຖອນຕົວອອກຈາກສັນຍາຄູ່ຮ່ວມມືດ້ານເສດຖະກິດຂ້າມປາຊີຟິກ (TPP), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ຂໍ້ສັງເກດວ່າ ບັນຫາຄວນໄດ້ຮັບການພິຈາລະນາບົນພື້ນຖານວາມເຫັນດີເປັນເອກະພາບຂອງບັນດາຝ່າຍກໍ່ກ່ຽວຂ້ອງພາຍຫຼັງຂໍ້ຕົກລົງມີຜົນສັກສິດ.

        ໜັງສືພິມເອເລັກໂຕນິກ Nikkei  ກໍໄດ້ຍົກໃຫ້ເຫັນຢ່າງຈະແຈ້ງບັນຫາ CPTPP ດ້ວຍບົດຂຽນມີຫົວຂໍ້ວ່າ “ທ່ານນາຍົກລັດຖະມົນຕີຫວຽດນາມ ຢຶຶນຢັນໃຫ້ສັດຕະຍາບັນ TPP11 ໃນເດືອນ 11, ມີຜົນສັກສິດໂດຍໄວ”. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ສະພາແຫ່ງຊາດຫວຽດນາມ ຄາດວ່າ ຮອດເດືອນ 11 ຈະມາເຖິງ ຈະໃຫ້ສັດຕະຍາບັນ ສັນຍາ CPTPP. ທ່ານນາຍົກລັດຖະມົນຕີຫວຽດນາມ ຖືວ່າ ຜົນປະໂຫຍດຂອງການເຂົ້າຮ່ວມສັນຍາ CPTPP ແມ່ນໃຫຍ່ຫຼວງ ແລະ ສະແດງໃຫ້ເຫັນ ຄວາມມຸ່ງມາດປາດຖະໜາຢາກເປີດທ່າແຮງບົ່ມຊ້ອນຂອງ ໃນສະພາສູງາຸດ,  ພ້ອມທັງຫວັງວ່າ ຈະສມາຊິກເຂົ້າຮ່ວມສັນຍາ CPTPP ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ