ສື່ມວນຊົນຕ້ອງກາຍເປັນຂົວເຊື່ອມຕໍ່ລະຫວ່າງພັກ, ລັດ ກັບປະຊາຊົນຢ່າງແທດຈິງ

(VOVWORLD) - ງານບຸນສື່ມວນຊົນປີນີ້ມີການເຄື່ອນໄຫວອຸດົມສົມບູນ, ດຶງດູດໃຈຫຼາຍຢ່າງ, ດ້ວຍ 120 ຮ້ານວາງສະແດງບັນດາສືສິ່ງພິມພິເສດ, ດີເດັ່ນຂອງນັບຮ້ອຍອົງການສື່ມວນຊົນສູນກາງ ແລະ ທ້ອງຖິ່ນທຸກຂັ້ນ
ສື່ມວນຊົນຕ້ອງກາຍເປັນຂົວເຊື່ອມຕໍ່ລະຫວ່າງພັກ, ລັດ ກັບປະຊາຊົນຢ່າງແທດຈິງ - ảnh 1(ຮ້ານວາງສະແດງຂອງ VOV)

        ຕອນເຊົ້າວັນທີ 15 ມີນາ, ຢູ່ນະຄອນ ໂຮ່ຈີມິນ, ສະມາຄົມນັກຂ່າວ ຫວຽດນາມ ໄດ້ເປັນປະທານ, ສົມທົບກັບຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຈັດງານບຸນສື່ມວນຊົນທົ່ວປະເທດ 2024 ດ້ວຍຫົວຂໍ້ “ສື່ມວນຊົນ ຫວຽດນາມ - ນຳໜ້າ, ປ່ຽນແປງໃໝ່ເພື່ອພາລະກິດການປະຕິວັດຂອງພັກ ແລະ ປະຊາຊົນ.”

        ງານບຸນສື່ມວນຊົນປີນີ້ມີການເຄື່ອນໄຫວອຸດົມສົມບູນ, ດຶງດູດໃຈຫຼາຍຢ່າງ, ດ້ວຍ 120 ຮ້ານວາງສະແດງບັນດາສືສິ່ງພິມພິເສດ, ດີເດັ່ນຂອງນັບຮ້ອຍອົງການສື່ມວນຊົນສູນກາງ ແລະ ທ້ອງຖິ່ນທຸກຂັ້ນ, ສະມາຄົມນັກຂ່າວ ຫວຽດນາມ ຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ເນັ້ນໜັກເຖິງບັນດາຄວາມຮຽກຮ້ອງປ່ຽນແປງໃໝ່ໃນການເຄື່ອນໄຫວສື່ມວນຊົນ.

        “ສື່ມວນຊົນຕ້ອງຄົ້ນຄວ້າທິດສະດີ, ທັງສະຫຼຸບພຶດຕິກຳຕົວຈິງສື່ໂຄສະນານະໂຍບາຍ, ທັງສືບຕໍ່ຕິດຕາມ ແລະ ຕີລາຄາສັງຄົມ, ຕໍ່ສູ້, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້. ສື່ມວນຊົນຕ້ອງກາຍເປັນຂົວເຊື່ອມຕໍ່ລະຫວ່າງພັກ, ລັດ ແລະ ປະຊາຊົນຢ່າງແທດຈິງ, ແມ່ນຜູ້ໂຄສະນາ, ແນະນຳ, ລະດົມປະຊາຊົນປະຕິບັດແນວທາງ, ນະໂຍບາຍຂອງພັກ ແລະ ລັດ. ພ້ອມທັງແມ່ນເວທີປາໄສສັງຄົມຢ່າງກວ້າງຂວາງ ເພື່ອເສີມຂະຫຍາຍປະຊາທິປະໄຕ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ຄວາມກ້າວໜ້າ, ທັນສະໄໝ ເຂັ້ມຂຸ້ນໄປດ້ວຍສີສັນຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ