ສື່ມວນ​ຊົນ​ຕ່າງ​ປະ​ເທດ: ການ​ເລືອກ​ຕັ້ງ​ຂອງ​ຫວຽດ​ນາມ ໄດ້​ດຳ​ເນີນ​ຢ່າງ​ປອດ​ໄພ​ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ວັນທີ 23 ພຶດສະພາ, ບັນດາສຳນັກຂ່າວສານ ແລະ ສື່ມວນຊົນຕ່າງປະເທດ ໄດ້ລົງຂ່າວກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ຢູ່ ຫວຽດນາມ.
ສື່ມວນ​ຊົນ​ຕ່າງ​ປະ​ເທດ: ການ​ເລືອກ​ຕັ້ງ​ຂອງ​ຫວຽດ​ນາມ ໄດ້​ດຳ​ເນີນ​ຢ່າງ​ປອດ​ໄພ​ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ສຳນັກຂ່າວສານ reuters ລົງບົດຂຽນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 - 2026

ການເລືອກຕັ້ງດຳເນີນໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ແຕ່ວຽກງານເລືອກຕັ້ງກໍ່ໄດ້ຮັບການກະກຽມຢ່າງລະອຽດລະອໍ, ມີແບບມີແຜນ, ຮັບປະກັນຄວາມປອດໄພ, ປະຕິບັດຕາມຂໍ້ກຳນົດກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ໜັງສືພິມຊິນຮວາ ໄດ້ລົງຂ່າວວ່າ ຜູ້ມີສິດເລືອກຕັ້ງ ກ່ວາ 69 ລ້ານຄົນໃນທົ່ວປະເທດ ຫວຽດນາມ ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ 500 ທ່ານ ກໍ່ຄືບັນດາສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026. ຍ້ອນໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ຜູ້ມີສິດເລືອກຕັ້ງຕ້ອງປະຕິບັດບັນດາຂໍ້ກຳນົດໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຄືໃສ່ຜ້າອັດປາກດັງ ແລະ ຮັບປະກັນການແຍກຫ່າງໃນສັງຄົມ ຢູ່ບັນດາສະຖານທີ່ປ່ອນບັດເລືອກຕັ້ງ ຢ່າງເຂັ້ມງວດ.

ສຳນັກຂ່າວສານ reuters ຂອງອັງກິດ ໄດ້ຄັດສະເໜີ ບົດກ່າວຄຳເຫັນຂອງ ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ທີ່ໄດ້ຕອບສຳພາດຕໍ່ສື່ມວນຊົນ ກ່ອນເວລາດຳເນີນການປ່ອນບັດເລືອກຕັ້ງ ໂດຍໃຫ້ຮູ້ວ່າ: ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ການເລືອກຕັ້ງ.

ສຳນັກຂ່າວສານ ຂອງກູບາ ໄດ້ລົງບົດທີ່ມີຫົວຂໍ້ວ່າ “ຊາວຫວຽດນາມ ໄປປ່ອນບັດເລືອກຕັ້ງເພື່ອເລືອກເອົາຜູ້ທີ່ເໝາະສົມ ໃຫ້ແກ່ອົງການນິຕິບັນຍັດ”. ບົດຂຽນໄດ້ຢັ້ງຢືນວ່າ ຜູ້ມີສິດເລືອກຕັ້ງຫວຽດນາມທີ່ມີເງື່ອນໄຂຢ່າງຄົບຖ້ວນ ກ່ວາ 69 ລ້ານ ຄົນ ໄດ້ໄປປ່ອນບັດເລືອກຕັ້ງ ດ້ວຍຈຳນວນສູງທີ່ສຸດ.

ໜັງສືພິມ ຂອງ ສ.ເຊັກໂກ ສະບັບອອກໃນວັນທີ 23 ພຶດສະພາ ໄດ້ລົງຂ່າວກ່ຽວກັບເຫດການ ຫວຽດນາມ ຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ໃນສະພາບການເກີດໂລກລະບາດຮອບໃໝ່. ບົດຂຽນໄດ້ຕີລາຄາສູງເລື່ອງຫວຽດນາມ ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ການເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ