ສື່ມວນຊົນປະກອບສ່ວນສ້າງຄວາມເຊື່ອໝັ້ນ, ເຫັນດີເຫັນພ້ອມເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ

(VOVWORLD) - ການເສັງຄັ້ງນີ້ໄດ້ດຶງດູດບົດປະພັນນັບພັນຜົນງານດ້ວຍຫຼາຍປະເພດ, ຮູບແບບ ທີ່ສະແດງໃຫ້ເຫັນເຈດຈຳນົງ, ຄວາມຮັບຜິດຊອບຢ່າງສູງຂອງສື່ມວນຊົນຕໍ່ປະເທດຊາດ
ສື່ມວນຊົນປະກອບສ່ວນສ້າງຄວາມເຊື່ອໝັ້ນ, ເຫັນດີເຫັນພ້ອມເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ - ảnh 1
ບັນດານັກຂ່າວ, ກຸ່ມນັກຂ່າວໄດ້ຮັບລາງວັນ A (ພາບ:TTXVN)

ພິທີສະຫລຸບ ແລະ ມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ XVI -2021, ລາງວັນສູງສົ່ງທີ່ສຸດຂອງອາຊີບນັກຂ່າວໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 21 ມິຖຸນາ, ກົງກັບໂອກາດສະເຫຼີມສະຫຼອງ 97 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ. ນີ້ກໍ່ແມ່ນໂອກາດເພື່ອເຊີດຊູບັນດາຜົນງານສື່ມວນຊົນດີເດັ່ນ, ມີຜົນສະທ້ອນຢ່າງເລິກເຊິ່ງຕໍ່ສັງຄົມ.

        ຕາມຄະນະຈັດຕັ້ງແລ້ວ, ການເສັງຄັ້ງນີ້ໄດ້ດຶງດູດບົດປະພັນນັບພັນຜົນງານດ້ວຍຫຼາຍປະເພດ, ຮູບແບບ ທີ່ສະແດງໃຫ້ເຫັນເຈດຈຳນົງ, ຄວາມຮັບຜິດຊອບຢ່າງສູງຂອງສື່ມວນຊົນຕໍ່ປະເທດຊາດ, ກາຍເປັນ “ຂົວເຊື່ອມຕໍ່ດ້ານການສື່ສານ” ສຳຄັນລະຫວ່າງພັກ, ລັດ ແລະ ປະຊາຊົນ.

        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ: 97 ປີຜ່ານມາ, ສື່ມວນຊົນປະຕິວັດໄດ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ:

        “ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ 115 ນັກຂ່າວ, ກຸ່ມນັກຂ່າວທີ່ໄດ້ຮັບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ XVI ປີ 2021. ນີ້ບໍ່ພຽງແຕ່ແມ່ນຄວາມເປັນກຽດອັນໃຫຍ່ຫຼວງໃນຊີວິດຂອງຜູ້ເຮັດວຽກສື່ມວນຊົນເທົ່ານັ້ນ, ຫາກຍັງຂອງທັງອົງການ, ຫົວໜ່ວຍ, ທ້ອງຖິ່ນຢູ່ບ່ອນເຮັດວຽກ ແລະ ຄອບຄົວ, ເພື່ອນມິດອີກດ້ວຍ. ລາງວັນໃນມື້ນີ້ແມ່ນເພື່ອຕອບບຸນແທນຄຸນ, ຂອບອົກຂອບໃຈບັນດານັກຂ່າວທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນບັນດາໝາກຜົນຕັ້ງໜ້າ, ຜົນສຳເລັດຂອງປະເທດຊາດໃນປີ 2021, ເຊິ່ງເປັນປີທີ່ພວກເຮົາຕ້ອງຜ່ານຜ່າຄວາມຫຍຸ້ງຍາກທີ່ບໍ່ເຄີຍມີມາກ່ອນຍ້ອນໂລກລະບາດກໍ່ຂຶ້ນ. ສື່ມວນຊົນໄດ້ເສີມຂະຫຍາຍກຳລັງແຮງອັນໃຫຍ່ຫຼວງ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນປັບປຸງນ້ຳໃຈມະຫາສາມັກຄີ, ຮ່ວມແຮງຮ່ວມໃຈ, ສະໜັບສະໜູນຂອງປະຊາຊົນ, ວິສາຫະກິດຕໍ່ບັນດາແຜນນະໂຍບາຍທີ່ຖືກຕ້ອງຂອງພັກ ແລະ ລັດ ກ່ຽວກັບ “ຍຸດທະສາດວັກຊິນ”, “ໂຄງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19” ເພື່ອໃຫ້ ຫວຽດນາມ ກາຍເປັນໜຶ່ງໃນຈຳນວນໜ້ອຍປະເທດທີ່ນຳໜ້າກ່ຽວກັບອັດຕາການສັກວັກຊິນສູງສຸດໃນໂລກ.”

        ວິທະຍຸກະຈາຍສຽງ ຫວຽດນາມ ມີ 5 ຜົນງານໄດ້ຮັບການເຊີດຊູທີ່ພິທີ, ເຊິ່ງລວມມີ: ລາງວັນ A 2 ລາງວັນ, ລາງວັນ B 2 ລາງວັນ ແລະ ລາງວັນ C 1 ລາງວັນ.

ຕອບກັບ

ຂ່າວ/ບົດ​ອື່ນ