ສື່ມວນຊົນປະກອບສ່ວນສຳຄັນໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ

(VOVWORLD) -ປີ 2021 ບັນດາອົງການສື່ມວນຊົນ ສຸມໃສ່ໂຄສະນາຢ່າງເລິກກວ້າງ, ທັນການ, ມີຈຸດສຸມ, ພິເສດ ຂ່າວ ບົດກ່ຽວກັບບັນດາເຫດການສຳຄັນຍິ່ງຂອງປະເທດຊາດ

ສື່ມວນຊົນປະກອບສ່ວນສຳຄັນໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ

ພາບ:VGP

ຕອນເຊົ້າວັນທີ 31  ທັນວາ ຢູ່ ແຂວງ ກວ໋າງນີງ ຄະນະໂຄສະນາສຶກສາສູນກາງໄດ້ສົມທົບກັບກະຊວງຖະແຫລງຂ່າວ ແລະ ສື່ສານ, ສະມາຄົມນັກຂ່າວ ຫວຽດນາມ ຈັດຕັ້ງ ກອງປະຊຸມສະຫລຸບວຽກງານສື່ມວນຊົນປີ 2020, ຜັນຂະຫຍາຍຫນ້າທີ່ປີ 2021. ກ່າວຄຳເຫັນນະທີ່ນີ້ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕີລາຄາສູງບົດບາດປະຈັນບານຂອງສື່ມວນຊົນ, ການປະກອບສ່ວນອັນໃຫຍ່ຫລວງຂອງສື່ມວນຊົນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ສ້າງຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນ ແລະ ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ.

ທ່ານຮອງນາຍົກລັດຖະມົນຕີເນັ້ນຫນັກວ່າ: ລັດຖະບານ ຫວັງວ່າ ສື່ມວນຊົນຈະຍູ້ແຮງການປະກອບຄຳເຫັນ, ການໄຈ້ແຍກຕີລາຄາສັງຄົມຜ່ານຫລາຍຊ່ອງທາງກວ່າອີກ.

ທ່ານ ຫວໍວັນເຖຶອງ ຫົວຫນ້າຄະນະໂຄສະນາສຶກສາສູນກາງ ສະເຫນີ: ປີ 2021 ບັນດາອົງການສື່ມວນຊົນ ສຸມໃສ່ໂຄສະນາຢ່າງເລິກກວ້າງ, ທັນການ, ມີຈຸດສຸມ, ພິເສດ ຂ່າວ ບົດກ່ຽວກັບບັນດາເຫດການສຳຄັນຍິ່ງຂອງປະເທດຊາດ, ສືບຕໍ່ໝູນໃຊ້ເຕັກໂນໂລຊີ, ຍົກສູງຄຸນນະພາບ, ຈັນຍາບັນຂອງຖັນແຖວຜູ້ເຮັດວຽກງານການຂ່າວ, ປ່ຽນໃຫມ່ຈີນຕະນາການເພື່ອຕອບສະຫນອງຄວາມຕ້ອງການຂອງມະຫາຊົນໃຫ້ດີກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ