ສື່ມວນຊົນປະກອບສ່ວນແກ້ໄຂຜົນຮ້າຍ ຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊີນ

ສື່ມວນຊົນປະກອບສ່ວນແກ້ໄຂຜົນຮ້າຍ ຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊີນ - ảnh 1

ເຮືອບິນ​ອາ​ເມ​ລິ​ກາ ຫວ່ານ​ທາດ​ພິດ

(ພາບ:vnexpress.net)

( vovworld ) ​ວັນ​ທີ 9/4, ຢູ່​ຮ່າ​ໂນ້ຍ, ກົມ​ໃຫ່ຍສິ່ງ​ແວດ​ລ້ອມ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ “ສ້າງ​ຍຸດ​ທະ​ສາດ​ໂຄສະນາ​ກ່ຽວ​ກັບ​ການ​ປ້ອງ​ກັນ ຕ້ານ​ການ​ຕິດທາດ​ພິດ​ສີສົ້ມ/ດີ​ໂອ​ຊີ​ນຢູ່​ຫວຽດນາມ“. ບັນດາ​ບົດ​ປະກອບ​ຄວາມ​ເຫັນ​ທີ່ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ຕີ​ລາຄາ​ກ່ຽວ​ກັບ​ສະພາບ​ມົນ​ລະ​ພິດທາດ​ພິດ​ສີສົ້ມ/ດີ​ໂອ​ຊີ​ນຢູ່​ຫວຽດນາມ; ບັນຫາທາດ​ພິດ​ສີສົ້ມ/ດີ​ໂອ​ຊີ​ນ​ໃນ​ບັນດາ​ພາຫະນະ​ສື່​ມວນ​ຊົນ, ການ​ສຳ​ຫຼວດກ່ຽວ​ກັບ​ຄວາມ​ຮູ້, ຄວາມ​ເຂົ້າ​ໃຈ, ການ​ກະທຳ​ຂອງ​ກຸ່ມ​ກ່ຽວຂ້ອງ​ເຖິງ​ການ​ປ້ອງ​ກັນ​ການ​ຕິດທາດ​ພິດ​ສີສົ້ມ/ດີ​ໂອ​ຊີ​ນ. ດ້ວຍ​ທາດ​ຂ້າ​ຫຍ້າ​ກ່ວາ 80 ລ້ານ​ລິດ, ​ໃນ​ນັ້ນສ່ວນ​ຫຼາຍ​ແມ່ນທາດ​ພິດ​ສີສົ້ມ/ດີ​ໂອ​ຊີ​ນ, ສົງຄາມ​ເຄມີ ຊື່​ງທະຫານ​ອາ​ເມ​ລິ​ກາ​ໄດ້​ດຳ​ເນີນ​ຢູ່​ພາກ​ໃຕ້​ຫວຽດນາມ ​ແມ່ນ​ສົງຄາມ​ໃຊ້​ທາດ​ຂ້າ​ຫຍ້າ​ຫຼາຍທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ມວນ​ມະນຸດ. ບັນດາ​ກິດຈະກຳ​ຄົ້ນຄ້ວາ ​ໂດ​ຍບັນດາ​ນັກວິທະຍາສາດ​ຫວຽດນາມ ​ແລະ ຕ່າງປະ​ເທດ​ຈຳນວນໜຶ່ງປະຕິບັດ ​ໄດ້​ຢັ້ງຢືນ​ວ່າ: ອັດຕາ​ສ່ວນ​ລູກ​ຫຼານ​ຂອງຜູ້ຕິດທາດ​ພິດ​ສີສົ້ມ/ດີ​ໂອ​ຊີ​ນ ຖືກ​ຕິດພະຍາດ, ພິ​ເສດ​ແມ່ນ​ໂລກ​ມະ​ເລັງ, ພິການ​ມາ​ແຕ່​ເກີດ….​ສູງ​ກ່ວາ​ຜູ້​ທີ່​ບໍ່​ຕິດທາດ​ພິດ​ສີສົ້ມ/ດີ​ໂອ​ຊີ​ນ.


ຂ່າວ/ບົດ​ອື່ນ