ສື່ມວນຊົນຝຣັ່ງແລະສາກົນໃຫ້ຂ່າວກ່ຽວກັບຄວາມມັກໃຫຍ່ໄຟສູງຂອງຈີນໃນການກໍ່ສ້າງເກາະຢູ່ເຈື່ອງຊາ

ສື່ມວນຊົນຝຣັ່ງແລະສາກົນໃຫ້ຂ່າວກ່ຽວກັບຄວາມມັກໃຫຍ່ໄຟສູງຂອງຈີນໃນການກໍ່ສ້າງເກາະຢູ່ເຈື່ອງຊາ - ảnh 1
(ພາບ​ປະ​ກອບຈາກ AP)

(vovworld) – ​​​​​​​ ຊຸມ​ວັນ​ຜ່ານ​ມາ, ສື່​ມວນ​ຊົນ ຝ​ຣັ່ງ ແລະ ສາ​ກົນ​ໄດ້​ໃຫ້​ຂ່າວ, ບົດ​ທີ່​ກ່ຽວ​ຂ້ອງ​ເຖິງ​ເລື່ອງ ຈີນ ຍູ້​ແຮງ​ການກໍ່​ສ້າງ​ບັນ​ດາເກາະ ຢ​ູ່​ໝູ່​ເກາະ ເຈື່ອງ​ຊາ, ເພື່ອ​ແນ​ໃສ່​ເດີນ​ຕາມ​ຄວາມ​ມັກ​ໃຫຍ່​ໄຟ​ສູງ​ຄວບ​ຄຸມ​ທະ​ເລ​ຕ​າ​ເວັນ​ອອກ. ໃນ​ບົດ​​ລົງ​ພິມ​ໃນ​ໜັງ​ສຶ​ພິມ​ລາຍ​ວັນ Le Figaro ເມື່ອ​ວັນ​ທີ 16/2, ຜູ້​ຂຽນ Jean Licourt ໄດ້​ຄັດ​ສະ​ເໜີ​ບົດ​ລາຍ​ງານ​ຂອງ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ຝ​ຮັ່ງ, ໃຫ້​ຮູ້​ວ່າ: ຈີນ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ເຂດ​ທະ​ເລນີ້ ຍ້ອນ​ວ່ານີ້​ແມ່ນ​ບ່ອນ​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ… ເລື່ອງ ຈີນ ກໍ່​ສ້າງ​ເກາະ​ແຫ່ງ​ໃໝ່​ນີ້ ເພື່ອ​ແນ​ໃສ່​ສ້າງ​ຕັ້ງ​ຍຸດ​ທະ​ສາດ​ທີ່​ເຄີຍ​ໄດ້​ຮັບ​ການ​ນຳ​ໃຊ້​ຢູ່​ໝູ່​ເກາະ ຮ່​ວາງ​ຊາ. ເດືອນ 5/2014, ຈີນ​ໄດ້​ນຳ​ໃຊ້​ເຂດນ​ີ້​ເພື່ອ ແກ້​ຄວາມໃຫ້​ການ​ຕິດ​ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ​ໄຮ​ຢາງ - 981.

        ກໍ່​ໃນ​ວັນ​ທີ 16/2, ແວບ​ໄຊ​ຂອງ Radio – Monaco ໄດ້​ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ “ຈີນ ພວມກໍ່​ສ້າງ​ເກາະ​ການ​ທະ​ຫານ​ແຫ່ງ​ໜຶ່ງ​​ຕັ້ງ​ຢູ່ລະ​ຫວ່າງ ຟິ​ລິບ​ປິນ ແລະ ຫວຽດ​ນາມ”. ໃນ​ນັ້ນ ຜູ້​ຂຽນ Frank Herman ຢັ້ງ​ຢືນ​ວ່າ: ເລື່ອງ​ເປີດ​ກ້​ວາງ​ເກາະ ແລະ ຫັນ​ບັນ​ດາ​ເກາະ​ເປັນ​ຖານ​ທີ່​ໝັ້ນ​ການ​ທະ​ຫານ ແມ່ນ​ພື້ນ​ຖານ​ເພ​ື່ອ​ໃຫ້ ຈີນ ຍົກ​ອອກຄຳ​ຮຽກ​ສິດ​ກ່ຽວ​ກັບ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ບົນ​ທະ​ເລ. ດ້ວຍ​ຫົວ​ຂໍ້ “ບັນ​ດາ​ເກາະ​ທຽ​ມ, ອາ​ວຸດປິດ​ລັບຂອງ ຈີນ”, ບົ​ດ​ຂຽນ​ໃນ​ແວບ​ໄຊ Sputniknews ໃນ​ວັນ​ທີ 23/2 ໄດ້​ຄັດ​ແຫຼ່ງ​ຂ່າວ​ຈາກ​ໜັງ​ສຶ​ພິມ​ປ້ອງ​ກັນ​ປະ​ເທດ​ທີ່​ມີ​ຊື່​ສຽງ HIS Jane’s Defence Weekly ໃຫ້​ຮູ້​ວ່າ: ຈີນ ພວມ​ມາ​ນະ​ພະ​ຍາ​ຍາມ ກໍ່​ສ້າງເຄືອ​ຂ່າຍ​ຖານ​ທີ່​ໝັ້ນ​ກອງ​ທັບ​ເຮືອ ແລະ ກອງ​ທັບ​ອາ​ກາດ ​ຢູ່ໃນ​ບັນ​ດາ​ເຂດ​ຂັດ​ແຍ້ງ​ ໂດຍ​ອີງ​ໃສ​່​ເກາະ​ໃໝ່ 5 ແຫ່ງນີ້. ລະ​ດູ​ບານ​ໃໝ່ ຫຼື ລະ​ດູ​ຮ້ອນ​ປີ 2015, ກິດ​ຈະ​ກຳ​ນີ້​ອາດ​ຈະ​ຖືກກໍ່​ສ້າງ​ສຳ​ເລັດ ແລະ ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ການ​ທະ​ຫານ.


ຂ່າວ/ບົດ​ອື່ນ