ສື່ມວນຊົນມີບົດບາດໃນວຽກງານສື່ສານຂອງອາຊຽນ

ສື່ມວນຊົນມີບົດບາດໃນວຽກງານສື່ສານຂອງອາຊຽນ - ảnh 1
ທ່ານ​ເລຂາທິການ​​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິ​ງ ແລະ ບັນດາ
ນັກຂ່າວ ອາຊຽນ ແລະ ອາຊີຕາເວັນອອກ
(ພາບ: vietnam+)

(vovworld) – ​ ​ ​ ວັນ​ທີ 4/12, ຢູ່ ກົວ​ລາ​ລຳ​ເປີ ປະ​ເທດ ມາ​ເລ​ເຊຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ​ໂຕະມົນ​ນັກ​ບັນນາທິການ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ອາຊີ​ຕາ​ເວັນ​ອອກ ກ່ຽວ​ກັບ​ວິ​ໄສ​ທັດ​ປະຊາ​ຄົມ ອາ​ຊຽນ ພາຍຫລັງ​ປີ 2015. ກອງ​ປະຊຸມ​ສຳ​ມະ​ນາ ມີ 4 ວາລະ​ກອງ​ປະຊຸມ, ລວມມີ​ບັນດາ​ວາລະ​ທາ​ບທາມ​ຄຳ​ເຫັນ​ທີ່​ກ່ຽວຂ້ອງ​ເຖິງ​ວິ​ໄສ​ທັດ​ປະຊາ​ຄົມ ອາ​ຊຽນ ພາຍຫລັງ​ປີ 2015, ສີສັນ​ ອາ​ຊຽນ, ບົດບາດ​ຂອງ​ສື່​ມວນ​ຊົນ​ໃນ​ການ​ຊຸກຍູ້​ຄວາມ​ສະຫງົບ​​ໃນ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ ອາຊີ​ຕາ​ເວັນ​ອອກ ​ແລະ ວາລະ​ເຈລະຈາ​ກັບ​ທ່ານ​ເລຂາ​ທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິງ.

        ທ່ານ​ເລຂາທິການ​​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິ​ງ ຢືນຢັນ​ວ່າ: ສື່ສານ ​ແລະ ສື່​ມວນ​ຊົນ​ມີ​ບົດບາດ ​ແລະ ຄວາມ​ຮັບຜິດ​ຊອບ​ໃຫຍ່​ໃນ​ວຽກ​ງານ​ສື່ສານ​ຂອງ ອາ​ຊຽນ. ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິ​ງ ​ໃຫ້​ຮູ້​ວ່າ: ທີ່ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 27 ຜ່ານ​ມາ, ການ​ນຳ​ບັນດາ​ປະ​ເທດ ອາ​ຊຽນ ​ໄດ້ຮັບຮອງ​ເອົາ​ຖະ​ແຫຼ​ງການ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ  ​ແລະ ປະຊາ​ຄົມ​ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 31/12/2015. ​ໂດຍ​​ໄດ້​ຮັບ​ຮູ້​​ເຖິງ​ຄວາມສຳຄັນ​ຂອງ​ວຽກ​ງານ​ສື່ສານ, ອາ​ຊຽນ ກຳນົດ​ໜຶ່ງ​ໃນ​ບັນດາ​ຈຸດ​ສຸມ​ບຸລິມະສິດ​ໃນ 10 ປີ​ຈະ​ມາ​ເຖິງ ​ແມ່ນ​ເພີ່ມ​ທະວີ​​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຂອງ​ປະຊາຊົນ​ກ່ຽວ​ກັບ​ປະຊາ​ຄົມ ປີ 2016.

ຂ່າວ/ບົດ​ອື່ນ