ສື່ມວນຊົນລາວກຽມພ້ອມ​ໃຫ້ອາຊຽນໃນປີ2016

ສື່ມວນຊົນລາວກຽມພ້ອມ​ໃຫ້ອາຊຽນໃນປີ2016 - ảnh 1
ປະ​ທານກອງ​ປະ​ຊຸມ​ສຳ​ມະ​ນາ 2 ທ່ານ

(vovworld) – ຫວ່າງ​ແລ້ວນີ້, ກົມ​ອາ​ຊ​ຽນ, ກະ​ຊວ​ງ​ການ​ຕ່າງ​ປະ​ເທດ ລາວ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​​ເພື່ອກະ​ກຽມ​ໃຫ້​ ລາວ ​ເປັນ​ປະ​ທານ ອາ​ຊຽນ ໃນ​ປີ 2016. ທ່ານ ສະ​ຫວັນ​ຄອນ ຣາ​ຊ​ມຸນ​ຕ​ຣີ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ - ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ລາວ, ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ​ລາວ ແລະ ທ່ານ ອ​ະ​ລຸ​ນແກ້ວ ກິ​ຕິຄຸນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ, ປະ​ທານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ - ລາວ ເປັນ​ປະ​ທານກອງ​ປະ​ຊຸມ​ສຳ​ມະ​ນາ ພ້ອມ​ກັບ​ນັກ​ຂ່າວ​ກ່​ວາ 100 ຄົນ​​ທີ່​ມາ​ຈາກ 30 ອົງ​ການ​ສື່​ມວນ​ຊົນ​ຂອງ​ລາວເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້.

        ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ຍົກ​ສູງ​ສະ​ຕິ​ຄວາມ​ຮູ້​ຂອງ​ສື່ມວນ​ຊົນ​ລາວ ກ່ຽວ​ກັບ ອາ​ຊຽນ, ພິ​ຈາ​ລະ​ນາ, ປຶ​ກ​ສາ​ຫາ​ລື ແລະ ແລກ​ປ່ຽນ​ຄຳ​ເຫັນ​ຮັບ​ປະ​ກັນ​ໃຫ້​ວຽກ​ງານ​ໃຫ້​ຂ່າວ​ຢ່າງ​​ຊັດ​ເຈນ, ທັນ​ການ, ຖືກ​ກັບ​ເປົ້າ​ໝາຍກໍ່​ຄື​ສົ່ງ​ເສີ​ມ​ສື່​ມວນ​ຊົນ​ລາວ ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ​ກ່ຽວ​ກັບ ອາ​ຊຽນ.

        ກອງ​ປະ​ຊຸມ​ສຳ​ມະ​ນາກໍ່​ມຸ່ງ​ໄປ​ເຖິງ​ປະ​ຊາ​ຊົນ​ລາວ, ພະ​ນັກ​ງານ, ນັກ​ຮົ​ບ, ຕຳຫຼວດ ນັ​ກ​ທຸ​ລະ​ກິດ ແລະ ທັງ​ຊາວ ​ຕ່າງ​ປະ​ເທດ ພວມ​ອາ​ໄສ​ຢູ່​ລາວ ​ໃຫ້ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ກ່​ວາ​ກ່ຽວ​ກັບ ອາ​ຊຽນ ໃນ​ສະ​ພາ​ບ​ການ ອາ​ຊ​ຽນ ຈະ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ລວ​ມ​ໃນ​ວັນ​ທີ 31/12/2015 ແລະ​ກະ​ກຽມ​ໃຫ້​ ລາວ ເປັນ​ປະ​ທານ ອາ​ຊ​ຽນ ໃນ​ປີ 2016.


ຂ່າວ/ບົດ​ອື່ນ