ສື່ມວນຊົນລາວຕີລາຄາສູງການຢ້ຽມຢາມສັນຖະວະໄມຕີລາວຢ່າງເປັນທາງການຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ

(VOVWORLD) -ບັນດາໜັງສືພິມໃຫຍ່ຂອງລາວ ຄື: ປະຊາຊົນ, ປະເທດລາວ, ລາວພັດທະນາ, ວຽງຈັນໃໝ່ ສະບັບອອກວັນທີ 11 ສິງຫາ ລ້ວນແຕ່ລົງພິມຂ່າວ/ບົດກ່ຽວກັບບັນດາການເຄື່ອນໄຫວຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ
ສື່ມວນຊົນລາວຕີລາຄາສູງການຢ້ຽມຢາມສັນຖະວະໄມຕີລາວຢ່າງເປັນທາງການຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ - ảnh 1ບັນດາໜັງສືພິມໃຫຍ່ຂອງລາວ ລ້ວນແຕ່ລົງພິມຂ່າວ/ບົດກ່ຽວກັບການຢ້ຽມຢາມລາວ ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ
(ພາບ: TTXVN)

ບັນດາໜັງສືພິມໃຫຍ່ຂອງລາວ ຄື: ປະຊາຊົນ, ປະເທດລາວ, ລາວພັດທະນາ, ວຽງຈັນໃໝ່ ສະບັບອອກວັນທີ 11 ສິງຫາ ລ້ວນແຕ່ລົງພິມຂ່າວ/ບົດເປັນຈຳນວນຫຼາຍກ່ຽວກັບບັນດາການເຄື່ອນໄຫວຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໃນລະຫວ່າງວັນທີ 09 -10 ສິງຫາ ຢູ່ລາວ, ກ່ຽວກັບໝາກຜົນການຢ້ຽມຢາມ. ໜັງສືພິມທັງໝົດລ້ວນແຕ່ຢືນຢັນວ່າ ການຢ້ຽມຢາມບັນລຸໄດ້ຜົນສຳເລັດຢ່າງຈົບງາມ.

ໃນນັ້ນ, ໜັງສືພິມປະຊາຊົນ, ກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງພິມບົດຂຽນໃນໜ້າທຳອິດທີ່ມີຫົວຂໍ້ວ່າ “ໝາກຜົນການຢ້ຽມຢາມສັນຖະວະໄມຕີປະເທດສປປ.ລາວ ຢ່າງເປັນທາງການຂອງທ່ານປະທານປະເທດຫວຽດນາມ”. ບົດຂຽນໄດ້ທົບທ້ວນຄືນລະອຽດທຸກການເຄື່ອນໄຫວຂອງປະທານປະເທດຫວຽດນາມ, ຢືນຢັນການຢ້ຽມຢາມໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີ ແລະ ພັດທະນາສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ.

ນອກຈາກບັນດາບົດຂຽນກ່ຽວກັບໝາກຜົນການຢ້ຽມຢາມແລ້ວ, ສື່ມວນຊົນລາວ ກໍໄດ້ລົງພິມບົດຂຽນຫຼາຍບົດກ່ຽວກັບເລື່ອງ ຫວຽດນາມ ມອບຫໍສະພາແຫ່ງຊາດຫຼັງໃໝ່, ເຊິ່ງແມ່ນຂອງຂວັນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ.

ຕອບກັບ

ຂ່າວ/ບົດ​ອື່ນ