ສື່ມວນຊົນລາວຕີລາຄາສູງຜົນສຳເລັດຂອງກອງປະຊຸມຄັ້ງທີ39ຄະນະກຳມະການຮ່ວມມືລະຫວ່າງລັດຖະບານຫວຽດນາມ-ລາວ

ສື່ມວນຊົນລາວຕີລາຄາສູງຜົນສຳເລັດຂອງກອງປະຊຸມຄັ້ງທີ39ຄະນະກຳມະການຮ່ວມມືລະຫວ່າງລັດຖະບານຫວຽດນາມ-ລາວ - ảnh 1
(ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ຂອງ​ລາວ ລ້ວນ​ແຕ່​ລົງ​ພິມ​ບົດ​ຂຽນ​ຍ້ອງ​ຍໍ​ຜົນ​ສຳ​ເລັດ​ຂອງ
ກອງ​ປະ​ຊຸມ​ຄັ້ງ​ທີ 39ຄະ​ນະ​ກຳ​ມະ​ການ​ຮ່ວມ​ມືລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ-ລາວ)


(vovworld) - ​ວັນ​ທີ 10/02, ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ຂອງ​ລາວ ລ້ວນ​ແຕ່​ລົງ​ພິມ​ບົດ​ຂຽນ​ຍ້ອງ​ຍໍ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 39, ຄະ​ນະ​ກຳ​ມ​ະ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ, ໃນ​ນັ້ນ​ລ້ວນ​ແຕ່ຢືນ​ຢັນ​ວ່າ, ກອງ​ປະ​ຊຸມ​ບັນ​ລຸ​ໄດ້​ຜົນ​ສຳ​ເລັດ ແລະ ສ້າງ​ປະ​ຖົມ​ປັດ​ໃຈ​ເພື່ອ​ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ. ໜັງ​ສື​ພິມ ປະ​ຊາ​ຊົນ ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ “ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ”. ບົດ​ຂຽນ​ຊີ້​ແຈ​້ງວ່າ ພາຍ​ໃຕ້​ການ​ເປັນ​ປະ​ທານ​​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທ້ອງ​ລຸນ​ ສີສຸ​ລິດ, ກອງ​ປະ​ຊຸມ​ຄັ້ງ​ທີ 39 ຂອງ​ຄະ​ນະ​ກຳ​ມະ​ການ​​ຮ່ວມ​ມືລະ​ຫວ່າງ​ລັດ​ຖະ​ບານ​ລ​າວ - ຫວຽດ​ນາມ ຢູ່​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ ບັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາ​ມ. ທີ່ກອງ​ປ​ະ​ຊຸ​ມ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ນຳ​ກັນ​ເພີ​່ມ​ທະ​ວີ​ສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະ​ຫວ່າງ 2 ປະ​ເທດ​ຫວຽດ​ນາມ - ລາວ.

        ໜັງ​ສື​ພິມ Vientianne Times ໄດ້​ຕີ​ລາ​ຄາ​ສູງ​ການ​ລົງ​ນາ​ມ​ໃນ​ຂໍ້​ຕົກ​ລົງ​ສຳ​ຄັນ​​ຫຼາຍສະ​ບັບ​, ກ​ໍ​ຄື​ເລື່ອງ​ໃຫ້​ຄ​ຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ 2 ລັດ​ຖະ​ບານ ແລະ 2 ປະ​ເທດ. ບົດ​ຂຽນ​ໄດ້​ຖື​ວ່າ, ເລື່ອງ​ເປັນ​ຄັ້ງ​ທຳ​ອິດ​ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ປະ​ເທດ​ໄດ້​ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື 2 ຝ່າຍ​ລະ​ຫວ່າງ​ລັດ​ຖະ​ບານ ​ຫວຽດ​ນາມ - ລາວ ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັ​ນ​ຍາ​ຂອງ 2 ລັດ​ຖະ​ບານ​ໃນ​ການ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ແຜນ​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

        ນອກນັ້ນ, ໜັງ​ສື​ພິມ​ລາຍ​ວັນ​ລາວ​ພັດ​ທະ​ນາ, ປະ​ເທດ​ລາວ, ວຽງ​ຈັນ​ໃໝ່ ລ້ວນ​ແຕ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກອງ​ປະ​ຊຸມ​ຄັ້ງ​ທີ 39 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ ຄັ້ງ​ນີ້ ຈະ​ປະ​ກອບ​ສ່ວນ​ນຳ​​ສາຍພົບ​ພັນ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ລາວ - ຫວຽດ​ນາມ ນັບ​ມື້​ນັບ​ເຂົ້າ​ສູ່​ລ​ວງ​ເລິກ, ແທດ​ຈິງ.

ຂ່າວ/ບົດ​ອື່ນ