ສື່ມວນຊົນສື່ຂ່າວກ່ຽວກັບຊີວິດ,ເສດຖະກິດສັງຄົມພາຍໃນປະເທດແລະສາກົນຢ່າງທັນການ

ສື່ມວນຊົນສື່ຂ່າວກ່ຽວກັບຊີວິດ,ເສດຖະກິດສັງຄົມພາຍໃນປະເທດແລະສາກົນຢ່າງທັນການ - ảnh 1
ທ່ານ​ດີງ​ເທ​ຮີງ, ຫົວ​ຫນ້າ​ຄະ​ນະ​ໂຄ​ສະ​ນາ​ສ​ຶກ​ສາ​ສູນ​ກາງ

(vovworld)- ຕອນ​ເຊົ້າ​ວັນ​ທີ 30/12 ຢູ່ ຮ່າ​ໂນ້ຍ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ, ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ​ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສື່ມວນ​ຊົນ​ທົ່ວ​ປະ​ເທດ ສະ​ຫລຸບ​ວຽກ​ງານ​ປີ 2015 ແລະ ຜັນ​ຂະ​ຫຍາຍ​ຫນ້າ​ທີ່​ປີ 2016. ໃນ​ປີ​ຜ່ານ​ມາ, ບັນ​ດາ​ອົງ​ການ​ສື່ມວນ​ຊົນ ແລະ ຖັນ​ແຖວ​ນັກ​ຂ່າວ ໄດ້​ສື່​ຂ່າວ​​ກ່ຽວ​ກັບ​ຊີ​ວິດທາງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ​ສັງ​ຄົມ​ພາຍ​ໃນ​ປະ​ເທດ, ສະ​ພ​າບ​ການ​ສາ​ກົນຢ່າງ​ທັນ​ການ, ຄົບ​ຖ້ວນ. ມີ​ອົງ​ການ​ສື່ມວນ​ຊົນ​ຫລາຍ​ແຫ່ງ ໄດ້​ຕັ້ງ​ຫນ້າ​ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ການ​ສ​ໍ້​ລາດ​ບັງ​ຫລວງ, ປະ​ຕິ​ເສດ​ທັດ​ສະ​ນະ, ທ້ອຍ​ທຳ​ນອງ​ທີ່​ຜິດ​ພາດ, ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ພັກ ແລະ ລັດ. ທີ່ກອງ​ປະ​ຊຸມ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ໄດ້​ມອບ​ໃບ​ຍ້ອງ​ຍໍ​ໃຫ້ 20 ໝູ່​ຄະ​ນະ ທີ່​ມີ​ຜ​ົນ​ງານ​ດີ​ເດັ່ນ​ໃນ​ວຽກ​ງານ​ໂຄ​ສະ​ນາ​ໃນ​ປີ 2015, ໃນ​ນັ້ນ ມີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ.
      ກ່າວ​ຄຳ​ເຫັນ​ສະຫຼຸບກອງ​ປະ​ຊຸມ, ທ່ານ​ດິງ​ເທ້​ຮິງ ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ວຽກ​ງານ​ຖະ​ແຫຼງ​ຂ່າວ​ໃຫ້​ຕ່າງ​ປະ​ເທດ ເນັ້ນ​ໜັກ​ວ່າ ໃນ​ປີ 2016, ວຽກ​ງານ​ຖະ​ແຫຼງ​ຂ່າວ​ໃຫ້​ຕ່າງ​ປະ​ເທດ, ໂຄ​ສະ​ນາ​ກ່ຽວ​ກັບ​ເຂດ​ໝູ່​ເກາະ ທະ​ເລ ແລະ ການ​ແບ່ງ​ກຳ​ນົດ​ປັກຫຼັກ​ໝາຍ​ຊາຍ​ແດນ ຄວນ​ສືບ​ຕໍ່​ປ່ຽນ​ໃໝ່, ສ້າງ​ຮູບ​ການ​, ແບບ​ວິ​ທີ​ການ​ໂຄ​ສະ​ນາ​ຖະ​ແຫຼງ​ຂ່າວ​ເປັນ​ພາ​ສາ​ຕ່າງ​ປະ​ເທດ​ເປັນຫຼາຍ​ຮູູບຫຼາຍ​ສີ, ທັນ​ການ, ສອດ​ຄ່ອງ​ກັບ​ແຕ່​ລະ​ເປົ້າ​ໝາຍ; ເພີ່ມ​ທະ​ວີ​ການ​ຕິດ​ຕາມ, ກຳ​ແໜ້ນ​ບັນ​ຫາ, ຄາດ​ຄະ​ເນ​ສະ​ພາບ​ກາ​ນ​ສາ​ກົນ ແລະ ພາກ​ພື້ນ, ການ​ຜັນ​ແປ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ເຂດ​ຊາຍ​ແດນ​ຫວຽດ​ນາມ-ກຳ​ປູ​ເຈຍ. ສືບ​ຕໍ່​ຍູ້​ແຮງ​ການ​ໂຄ​ສະ​ນາ​ທັດ​ສະ​ນະ, ຫຼັກ​ໝັ້ນ​ຂອງ​ຫວຽດ​ນາມ​ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ໂຄ​ສະ​ນາ​ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າ​ງ​ຫວຽດ​ນາມ​ກັບ​ປະ​ເທດ​ຕ່າງໆ….

ຂ່າວ/ບົດ​ອື່ນ