ສື່ມວນຊົນສືບຕໍ່ສົມທົບກັນໂຄສະນາວຽກງານການຕ່າງປະເທດປະຊາຊົນໃນໄລຍະເຊື່ອມໂຍງ

ສື່ມວນຊົນສືບຕໍ່ສົມທົບກັນໂຄສະນາວຽກງານການຕ່າງປະເທດປະຊາຊົນໃນໄລຍະເຊື່ອມໂຍງ - ảnh 1
ພາບ​ປະ​ກອບ

(vovworld)- ທີ່​ການ​ພົບ​ປະ​ກັບ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ໃນ​ຕົ້ນ​ລະ​ດູ​ບານ​ໃຫມ່​ປີ​ລະ​ກາ 2017 ໃນ​ວັນ​ທີ 17/2 ຢູ່ ຮ່າ​ໂນ້ຍ, ທ່ານ ດົນ​ຕວນ​ຟອງ ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ  ເນັ້ນ​ຫນັກ​ວ່າ:  ສ​ະ​ພາບ​ການ​ໃນ​ໂລກ​ນັບ​ມື້​ນັບ​ມີ​ການ​ຜັນ​ແປ​ທີ່​ສັບ​ສົນ, ຮຽກ​ຮ້ອງວຽກ​ງານ​ການ​ຕ່າ​ງ​ປະ​ເທດ​ປະ​ຊາ​ຊົນ​ນັບ​ມື້​ນັບ​ມີ​ຄວາມ​ໄຫວ​ພິບ, ຫລາຍ​ຮູບ​ຫລາຍ​ແບບ. ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ບັນ​ດາ​ອົງ​ການ, ສ່ວນ​ບຸກ​ຄົນ​ທີ່​ມີ​ອາ​ລົມ​ຈິດ ແລະ ເຈດ​ຕະ​ນາ​ດີ​ກັບ​ຫວຽດ​ນາມ, ຍົກ​ສູງ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ບວນ​ການ​ປະ​ຊາ​ຊົນ​ພາກ​ພື້ນ ແລະ ໂລກ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຕໍ່​ສູ້​ລ​ວມ​ເພື່ອ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ, ຊຸກ​ຍູ້ ແລະ ປົກ​ປ​້ອງ​ຜົນ​ປະ​ໂຫຍດ​ຂອງ​ຫວຽດ​ນາມ. ທ່ານ ດົນ​ຕວນ​ຟອງ​ໃຫ້​ຮູ້​ວ່າ: ປີ 2017 ແມ່ນ​ປີ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ໃຫຍ່​ຫລ​າຍ​ຢ່າງ​ຂອງ​ປະ​ເທດ​ຊາດ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິ​ດ​ຕະ​ພາບ​ຫວຽດ​ນາມ ປາດ​ຖະ​ຫນາ​ຢາກ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ສືບ​ຕໍ່​ຮ່ ວມ​ເດີນ​ທາງ, ສົມ​ທົບ​ກັບ​ສະ​ຫະ​ພັນ​ໂຄ​ສະ​ນາ​ບັນ​ດາ​ການ​ເຄື່ອນ​ໄຫວ​ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຫວຽດ​ນາມກັບ​ບັນ​ດາ​ປະ​ເທດ. 


ຕອບກັບ

ຂ່າວ/ບົດ​ອື່ນ