(VOVWORLD) - ສ່ວນຫຼາຍບັນດາບົດຂຽນລ້ວນແຕ່ຢ້ຳຄືນວ່າ ວັນທີ 30 ເມສາ 1975 ແມ່ນຂີດໝາຍສຳຄັນ, ສ້າງຂີດໝາຍໃນການສິ້ນສຸດສົງຄາມທີ່ແກ່ຍາວເປັນເວລາ 2 ທົດສະວັດ, ເປີດສັງກາດໃໝ່ ໃຫ້ແກ່ປະຫວັດສາດຂອງຊາດ.
ພາບປະກອບ: VTC |
ວັນທີ 30 ເມສາ, ບັນກາສຳນັກຂ່າວສານໃນໃນໂລກ, ພ້ອມກັບສື່ເອເລັກໂຕນິກຂອງບັນດາປະເທດຄື: South China Morning Post ຂອງຈີນ, channelnewsasia.com ຂອງ ສິງກະໂປ, abc.net.au ຂອງອົດສະຕາລີ, ໄດ້ພ້ອມກັນເອົາລົງບັນດາບົດຂຽນ ແລະ ພາບຖ່າຍທີ່ພົ້ນເດັ່ນກ່ຽວກັບພິທີສະເຫຼີມສະຫຼອງ, ການເດີນຂະບວນ ສວນສະໜາມ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2025), ຢູ່ນະຄອນ ໂຮ່ຈີມິນ.
ສຳນັກຂ່າວສານ Associated Press ຂອງ ອາເມລິກາ ກໍ່ໄດ້ຄັດສະເໜີບົດຂຽນຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢູ່ພິທີ, ໃນນັ້ນເນັ້ນໜັກເຖິງແຜນນະໂຍບາຍຂອງ ຫວຽດນາມ ແມ່ນ ອັດອະດີດຕະການ, ເຄົາລົບຄວາມແຕກໂຕນກັນ.
ສ່ວນຫຼາຍບັນດາບົດຂຽນລ້ວນແຕ່ຢ້ຳຄືນວ່າ ວັນທີ 30 ເມສາ 1975 ແມ່ນຂີດໝາຍສຳຄັນ, ສ້າງຂີດໝາຍໃນການສິ້ນສຸດສົງຄາມທີ່ແກ່ຍາວເປັນເວລາ 2 ທົດສະວັດ, ເປີດສັງກາດໃໝ່ ໃຫ້ແກ່ປະຫວັດສາດຂອງຊາດ.