ສື່ມວນຊົນສາກົນຕີລາຄາສູງທິມຊາດບານເຕະຫວຽດນາມຢູ່ AFFSUZUKICUP2016

ສື່ມວນຊົນສາກົນຕີລາຄາສູງທິມຊາດບານເຕະຫວຽດນາມຢູ່ AFFSUZUKICUP2016 - ảnh 1
(ພາບປະກອບ)

(vovworld) – ​    ວັນ​ທີ 15/11, ທິມຊາດບານ​ເຕະ ຫວຽດນາມ ​​ໄດ້ເດີນທາງ​ໄປຍັງປະເທດ ມຽນມາ ​ເຂົ້າ​ຮ່ວມ​ການ​​ແຂ່ງຂັນ​ຊິງ​ຊະນະ​ເລີດກິລາ​ບານ​ເຕະ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ໂດຍ Suzuki ​ເປັນ​ຜູ້ອຸປະຖຳ ( AFF Suzuki Cup) 2016. ສື່​ມວນ​ຊົນ​ສາກົນ​ໄດ້​ມີ​ບົດ​ຂຽນ​ຫລາຍບົດ ຊິ່ງ​ໄດ້​ຕີ​ລາຄາ​ສູງທິມຊາດບານ​ເຕະ ຫວຽດນາມ ຂອງ​ຄຸູຝຶກບານ​ເຕະ ຫງວຽນ​ຮື​ວທັ໋ງ ທີ່​ການ​ແຂ່ງ​ຂັນປີ​ນີ້. ໜັງສືພິມ Foxsportsasia ລົງ​ວັນ​ທີ 13/11 ທີ່​ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ “ຍຸກ​ສະ​ໄໝ​ຂອງ​​ທິມຊາດບານ​ເຕະ ຫວຽດນາມ ?”. ບົດ​ຂຽນ​ຕີ​ລາຄາ​ສູງ​ທິມຊາດບານ​ເຕະ ຫວຽດນາມ ​ຈະແມ່ນທິມສາມາດ​ແຊມ AFF Suzuki Cup 2016 ​ໄດ້​ໂດຍ​ມີ​ຄຸນ​ນະພາ​ບຂອງ​ນັກ​ເຕະບານສະໝໍ່ສະ​ເໝີ​ກ່ວາ​ໝູ່​ໃນ​ສາຍ B ລວມມີ (ປະ​ເທດ​ເຈົ້າພາບ ມຽນມາ, ມາ​ເລ​ເຊຍ, ​ແລະ ກຳປູ​ເຈຍ). ​ໃນ​ບົດ​ຂຽນ​ໜຶ່ງ​ທີ່​ລົງພິມ​​ໃນ​ວາລະສານ Four Four Two, ນັກ​ຂ່າວ John Duerden ຖື​ວ່າ ​ໄທ ຍັງ​ແມ່ນ​ທິມບານ​ເຕະ​ດີ​ເດັ່ນ​ທີ່​ສຸດ​ຢູ່​ອາຊີ​ຕາວັນ​ອອກສຽງ​ໃຕ້, ​ແຕ່​ເມື່ອ​ແຂ່ງຂັນ​ກັບ​ທິມຊາດ​ບານ​ເຕະ ຫວຽດນາມ ​ໃນ AFF Suzuki Cup 2016 ກໍ່​ແມ່ນ​ທິມ​ເປັນ​ໜ້າ​ເກັ່ງ​ຂາມ​ທີ່​ສຸດ.

 

ຂ່າວ/ບົດ​ອື່ນ