ສື່ມວນຊົນອັກຊັງຕີນຕີລາຄາສູງຜົນງານລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກຢູ່ຫວຽດນາມ

ສື່ມວນຊົນອັກຊັງຕີນຕີລາຄາສູງຜົນງານລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກຢູ່ຫວຽດນາມ - ảnh 1
ໜ້າຈໍ
ສື່​ເອ​ເລັກ​ໂຕ​ນິກ “Equilibrium Global”


(vovworld) – ວັນ​ທີ 6/8, ສື່​ເອ​ເລັກ​ໂຕ​ນິກ “Equilibrium Global” ຂອງ​ອັກ​ຊັງ​ຕີງ ​ໄດ​້ມີ​ບົດ​ສຳພາດ​ທ່ານ ​ໂດ໋ວັນ​ຈ໋ຽນ, ລັດຖະມົນຕີ, ຫົວໜ້າຄະນະ​ກຳມະການ​ຊົນ​ເຜົ່າ ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ ​ແລະ ຜົນງານ​ໃນ​ວຽກ​ງານລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​, ​ເຂດ​ຫ່າງ​ໄກສອກຫຼີກ. ​ສື່ເອ​ເລັກ​ໂຕ​ນິກ “Equilibrium Global” ​ເນັ້ນ​ໜັກ​ວ່າ: ​ໃນ​ໂລກ​ແຫ່ງ​ຫຼາຍ​ຊົນ​ເຜົ່າ, ຫຼາຍ​ສາສະໜາ ​ແລະ ວັດທະນະທຳ​ຫຼາຍ​ຮູບ​​ແບບ​ຄື​ປະຈຸ​ບັນ, ບັນຫາ​ດຳລົງ​ຊີວິ​ດ​ໃນສັນຕິພາບ​ລະຫວ່າງ​ບັນດາ​ພື້ນຖານ​ອະລິຍາ​ທຳ​ແມ່ນ​ສິ່ງ​ ທ້າ​ທາຍ​ສຳລັບ​ປະຊາ​ຄົມ​ສາກົນ. ​​ໂດຍແມ່ນ​ປະ​ເທດ​ມີ 54 ຊົນ​ເຜົ່າ, ນະ​ໂຍບາຍ​ຂອງ ຫວຽດນາມ ສຳລັບ​ປະຊາ​ຄົມ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແມ່ນ​​ແບບຢ່າງ.

        ​ໃນ​ການຕອບ​ສຳ​ພາດ​ຂອງທ່ານ​ລັດຖະມົນຕີ, ຫົວໜ້າ​ຄະນະກຳ​ມະ​ການ​ຊົນ​ເຜົ່າ ​ໂດ໋ວັນ​ຈ໋ຽນ ຢັ້ງຢືນ​ພາຍຫຼັງ 30 ປີ​ແຫ່ງ​ການ​ປະຕິບັດ​ພາລະກິດ​ແຫ່ງ​ການ​ປ່ຽນ​ໃໝ່, ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ໃນ​ຫຼາຍ​ຂົງ​ເຂດ​, ພິ​ເສດ​ແມ່ນ​ເສດຖະກິດ, ວັດທະນະທຳ ​ແລະ ສັງຄົມ. ອັດ​ຕາ​ຜູ້ທຸກ​ຍາກ​ຫລຸດ​ລົງ​ໄວ​ເມື່ອ​ທຽບ​ໃສ່​ລະດັບ​ສະ​ເລ່ຍ 3%/ປີ. ທ່ານ ​ໂດ໋ມິ​ງຈ໋ຽນ ​ໃຫ້​ຮູ້​ວ່າ: ກອງປະຊຸມ​ໃຫຍ່ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ຜ່ານ​ມາ​ໄດ້​ວາງ​ອອກ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ບັນ​ລຸ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.



ຂ່າວ/ບົດ​ອື່ນ